top of page
Search

ຂໍນຳສະເໜີບົດ​ສົນ​ທະ​ນາ​ພາ​ສາ​ລາວ​ຄຳ​ວ່າ “ຊິ ຫຼື ສິ”

  • Writer: Superphil Phil
    Superphil Phil
  • Mar 31, 2020
  • 1 min read

ໃນ​ເພ​ຈ ປ່ອງ​ຍ້ຽມ​ພາ​ສາ​ລາວ ໄດ້ ສ້າງ ຫົວ​ຂໍ້​ບົດ​ສົນ​ທະ​ນາ​ສອງ​ຄຳ​ນີ້​ໄວ້ ແລະ ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ມີ​ປະ​ໂຫຍດ​ເລີຍ​ເອົາ​ມາ​ແຊ​ຕໍ່​ຫາ​ວ່າ​ຜິດ​ພາດ​ຈັ່ງ​ໃດ​ກໍ່​ຂໍ​ອະ​ໄພ​ໄວ້​ລວງ​ໜ້າ, ຄຳ​ວ່າ:

“ຊິ ຫຼື ສິ” ຄຳບອກາລະອະນາຄົດ ໝາຍເຖິງກາລະທີ່ຍັງບໍ່ທັນມາຮອດມາເຖິງ ພາສາອັງກິດໃຊ້ Future.

ຄຳທີ່ບົ່ງບອກວ່າເປັນອະນາຄົດ ພາສາລາວໃຊ້ຄຳວ່າ “ຈະ, ຊິ, ຈັກ” ພາສາອັງກິດໃຊ້ “Will, shall, going to..”

ປັດຈຸບັນມີຄົນຈຳນວນຫຼວງຫຼາຍກຳລັງຂຽນວ່າ “ສິ” ແທນ “ຊິ” ເຊິ່ງເຫັນແລ້ວເຮັດໃຫ້ເຄືອງຕາທັນທີ.

ໃນວັດຈະນານຸກົມລາວທຸກໆສະບັບ ແລະໄວຍາກອນແຕ່ອະດີດຈົນເຖິງປັດຈຸບັນ ບໍ່ມີການຂຽນວ່າ “ສິ” ມີແຕ່ຄຳວ່າ “ຊິ” ເທົ່ານັ້ນ.

“ຊິ & ສິ”  “ຊິ” ເປັນພາສາເວົ້າ ໃຊ້ຄູ່ກັບຄຳວ່າ “ຈະ” ໃນພາສາທາງການ. ສາມາດກວດຄືນໄດ້ໃນເອກະສານຕ່າງໆເຊັ່ນ ມະຫາສິລາ ວີລະວົງ, 2549:138, ດຣ. ທອງຄຳອ່ອນມະນີສອນ, 2008:317, ສະຖາບັນ, 2012:341.

ສ່ວນຄຳວ່າ “ສິ” ໃນພາສາໄທ (สิ) ໝາຍເຖິງຄຳເພີ່ມທ້າຍປະໂຫຍກເຊັ່ນ ได้สิ, ไปสิ, มาสิ…. ກົງກັບພາສາລາວວ່າ “ທະແມ໋, ເດີ, ເຢີ, ສາ”

ແອັດມິນໄດ້ຄົ້ນຄວ້າ ຄຳວ່າ “ສິ” ທີ່ບັນດາຜູ້ໃຊ້ເຟສບຸກທັງຫຼາຍໃຊ້ກັນ ແມ່ນໜ້າຈະມາຈາກການຂຽນຕາມແບບອີສານ ຍ້ອນເສບສື່ເຊັ່ນ ເບິ່ງໜັງ, ລະຄອນ, ເພງອື່ນໆທີ່ໃຊ້ອັກສອນໄທຂຽນຕາມສຳນຽງອີສານ ໃນນັ້ນມີເພງ “ສິຮິນ້ອງບໍ່ =สิฮิน้องบ่อ” ເປັນເພງຮິດຕິດກະແສ . ເພາະວ່າຄົນອີສານສ່ວນຫຼາຍຂຽນຄຳວ່າ “ສິ” ຈົນເຮັດໃຫ້ໄວໜຸ່ມຄະນອງທັງຫຼາຍລືມຄຳວ່າ “ຊິ”. ແລະພ້ອມດຽວກັນນັ້ນບັນດາແອັດມິນເພຈດັງໆກໍຂຽນ “ສິ” ໄປຈົນເກືອບໝົດ. ທັງ​ໝົດ​ນີ້​ຫາ​ມີ​ຂໍ້​ຜິດ​ພາດ​ກໍ່​ຂໍ​ອະ​ໄພ​ດ້ວຍ, ທີ່​ນີ້​ກໍ່​ເພື່ອ​ຄວາມ​ເຂົ້າ​ໃຈ ແລະ ຢາກ​ໃຫ້​ທຸກ​ຄົນ​ໃຊ້​ສັບ​ພາ​ສາ​ໃຫ້​ມັນ​ຖືກ​ຕ້ອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

ແຫລ່ງ​ທີ່​ມາ​: fb #ປ່ອງຢ້ຽມພາສາລາວ

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page