top of page
Search

ຂັ້ນຕອນສຳ​ລັບ​ຄົນ​ທີ່ຢາກເດີນທາງເຂົ້າປະເທດລ​າວໄລຍະນີ້

  • Writer: Superphil Phil
    Superphil Phil
  • May 16, 2020
  • 1 min read

ຂັ້ນຕອນສຳ​ລັບ​ຄົນ​ທີ່ຢາກເດີນທາງເຂົ້າປະເທດລ​າວໄລຍະນີ້

ສຳ​ລັບ​ຜູ່ທີ່ຕົກຄ້າງຢູ່ຕ່າງປະເທດ ມາບໍທັນກ່ອນການລັອກດາວ ຫລື​ ຜູ່​ທີ່​ຕ້ອງ​ການ​ເຂົ້າ​ມາ​ປະ​ເທດ​ລາວ ​ອາດ​ຕ້ອງ​ການຢາກຮູ້ວ່າຖ້າຢາກກັບມາຕອນນີ້ຕ້ອງເຮັດແນວໃດ? ຄວາມຈີງການເຂົ້າ ຫຼື ອອກ ນອກປະເທດລ້ວນບໍ່ສະດວກທັງນັ້ນ ເພາະວ່າທຸກປະເທດລ້ວນມີມາດຕະການເຝົ້າລະວັງ ບໍ່ຢາກໃຫ້ມີການນຳເຊື້ອເຂົ້າ-ອອກລະຫວ່າງປະເທດ ມີຄວາມສ່ຽງສູງຕໍ່ການແຜ່ເຊື້ອຕໍ່ຈາກຄົນໜຶ່ງໄປສູ່ອີກຫຼາຍຄົນ.

ແນວໃດກໍ່ຕາມ,ອີງຕາມຄຳແນະນຳຂອງກະຊວງການຕ່າງປະເທດ ເນື່ອງຈາກວ່າ ລັດຖະບານລາວ ຍັງສືບຕໍ່ປີດດ່ານ ຊາຍແດນທາງບົກ ແລະ ທາງອາກາດໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດທີ່ຮ້າຍແຮງ ຢູ່ ສປປ ລາວ ຂອງພະຍາດ ໂກວິດ-19, ສະນັ້ນ ຖ້າຫາກບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກ ສປປ ລາວ ຈະຕ້ອງໄດ້ປະຕິບັດຕາມຂັ້ນຕອນ ແລະ ມາດຕະການຂອງປະເທດເຮົາຢ່າງເຄັ່ງຄັດ. ສະເພາະຂາເຂົ້າ ກ່ອນບຸກຄົນ ຫຼື ນິຕິບຸກຄົນເດີນທາງເຂົ້າ ສປປ ລາວ ຕ້ອງຂຽນຄໍາຮ້ອງ ທີ່ລະບຸລາຍລະອຽດກ່ຽວກັບ ວັນເວລາ, ດ້ານທີ່ຈະເດີນທາງເຂົ້າ, ພາຫະນະໃນການເດີນທາງ, ປະເທດທີ່ຈະເດີນທາງຜ່ານ ແລະ ເຫດຜົນຄວາມຈໍາເປັນຮີບດ່ວນ ຂອງການ ເດີນທາງເຂົ້າ ສປປ ລາວ ເຖິງຄະນະສະເພາະກິດກະຊວງການຕ່າງປະເທດ ໂດຍຜ່ານຂະແຫນງການທີ່ ກ່ຽວຂ້ອງ ຂອງ ສປປ ລາວ; ພາຍຫລັງໄດ້ຮັບອະນຸຍາດແລ້ວ, ບຸກຄົນ ຫຼື ນິຕິບຸກຄົນ ທີ່ບໍ່ທັນມີວີຊາເຂົ້າ ສປປ ລາວ ຈະຕ້ອງ ປະກອບຄໍາຮ້ອງຂໍວິຊາທີ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ ປະເທດຕົ້ນທາງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page