top of page
Search

ກຽມເປີດ​ຕົວສວນວິທະຍາສາດພຶກສາສາດໃນ​ຕົ້ນ​ປີ​ໜ້າ.

  • Writer: Superphil Phil
    Superphil Phil
  • Sep 12, 2020
  • 1 min read

ກຽມເປີດ​ຕົວສວນວິທະຍາສາດພຶກສາສາດໃນ​ຕົ້ນ​ປີ​ໜ້າ.

ຕາມ​ການ​ລາຍ​ງານ​ຂອງ​ເວັບ​ໄຊ laoevent.com ໃຫ້​ຮູ້ວ່າ: ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ກຣຸບ ຈໍາກັດຜູ້ດຽວ ທຸ່ມເງິນ 5 ລ້ານໂດລາ ເນລະມິດ ສວນວິທະຍາສາດ ແລະ ພຶກສາສາດ ເນື້ອທີ່ 30 ເຮັກຕາ ໃຫ້ກາຍເປັນສູນກາງຮຽນຮູ້ດ້ານວິທະຍາສາດ, ດາລາສາດທີ່ຕິດພັນກັບການທ່ອງທ່ຽວແບບອະນຸຮັກ ຄາດສໍາເລັດການກໍ່ສ້າງໄລຍະທໍາອິດເພື່ອເປີດບໍລິການໃນຕົ້ນປີ 2021.

ທ່ານ ພູວົງ ສູ້ຍຍະວົງ ປະທານ ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ກຣຸບ ຈໍາກັດຜູ້ດຽວ ໃຫ້ສໍາພາດວ່າ: ໂຄງການດັ່ງກ່າວໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ເມື່ອເດືອນຕຸລາ 2019 ເປັນຕົ້ນມາ.

ree
ພາບ: laoevent.com

    ຈາກນັ້ນ, ກໍໄດ້ລົງມືຈັດຕັ້ງປະຕິບັດຈົນຮອດປັດຈຸບັນດ້ວຍມູນຄ່າການລົງທຶນໄລຍະທໍາອິດ 5 ລ້ານໂດລາ ໃນເນື້ອທີ່ທັງໝົດ 30 ເຮັກຕາ; ດຽວນີ້ໄດ້ສໍາເລັດການກໍ່ສ້າງພື້ນຖານໂຄງລ່າງ, ປະຕູທາງເຂົ້າ, ທ້ອງຟ້າຈໍາລອງທີ່ເປັນບ່ອນຮຽນຮູ້ດ້ານດາລາສາດ ແລະ ລານຫໍຊົມດາວ.ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງ, ຕິດຕັ້ງລະບົບຄົບຊຸດ ພ້ອມເປີດບໍລິການລູກຄ້າໃນປີ 2021.

ສ່ວນວັດສະດຸ – ອຸປະກອນແມ່ນນໍາເຂົ້າຈາກປະເທດຣັດເຊຍ ໂດຍສະເພາະແມ່ນໄດ້ສັ່ງຊື້ກ້ອງສ່ອງ ຈໍານວນ 4 ເຄື່ອງ ແລະ ກະຊວງ ກວຕ ກໍຊ່ວຍເຫຼືອອີກ 1 ເຄື່ອງ, ສໍາລັບໄລຍະທີສອງ ຈະເປັນການກໍ່ສ້າງຫໍປະຊຸມລະດັບກາງ ພ້ອມດ້ວຍທີ່ພັກສໍາລັບການພັກຜ່ອນ ຫາກທຽບໃສ່ໂຮງແຮມຢູ່ປະເພດ 4 ດາວ ເຊິ່ງການອອກແບບແມ່ນປະສົມປະສານຄວາມທັນສະໄໝລະຫວ່າງ ລາວ – ຣັດເຊຍ – ໄທ ເພື່ອເຮັດໃຫ້ໂຄງການດັ່ງກ່າວມີເອກະລັກສະເພາະ, ແຕ່ໃນສ່ວນຂອງລະບົບທັນສະໄໝ, ເຕັກນິກ – ວິຊາການໂດຍພື້ນຖານແມ່ນຣັດເຊຍທັງໝົດ ເນື່ອງຈາກບໍລິສັດເຮົາເຮັດທຸລະກິດກັບຣັດເຊຍມາຕັ້ງແຕ່ປີ 2003 ແລະ ມີບໍລິສັດໃນເຄືອຈໍານວນໜຶ່ງ. ສວນ​ພຶກ​ສາ​ສາດ​ກຽມ​ເປີດ​ຕົວ​ເປັ​ນ​ທາງ​ການ​ໃນ​ຕົ້ນ​ປີ 2021.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page