top of page
Search

ກຽມປ່ອຍເງິນ 200 ຕື້ ໃຫ້ທະນາຄານສົ່ງເສີມ ເອັສເອັມອີ

  • Writer: Superphil Phil
    Superphil Phil
  • Jun 6, 2020
  • 1 min read

ກຽມປ່ອຍເງິນ 200 ຕື້ ໃຫ້ທະນາຄານສົ່ງເສີມ ເອັສເອັມອີ ວັນທີ 26 ກຸມພາ 2020 ຜ່ານມາ ໄດ້ມີການຈັດກອງປະຊຸມສະພາ ທສວ ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ແລະ ສະມາຊິກເຂົ້າຮ່ວມ, ກອງປະຊຸມໄດ້ຮັບຮອງ 4 ທະນາຄານ ເພື່ອຮັບເງິນ 200 ຕື້ກີບ ທີ່ລັດຖະບານຈະສົ່ງເສີມໃຫ້ SME ຂອງລາວ ມີຄວາມເຂັ້ມແຂງໂດຍກໍານົດດອກເບ້ຍບໍ່ເກີນ 3%. ກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດຜັນຂະຫຍາຍທິດຊີ້ນໍາ ແລະ ການຕົກລົງຂອງກອງປະຊຸມສະໄໝສາມັນ ຄັ້ງທີ I ແລະ ໄດ້ພິຈາລະນາຮັບຮອງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງ ທສວ ປະຈໍາປີ 2019 ແລະ ທິດທາງແຜນການປະຈໍາປີ 2020, ຮັບຮອງລະບຽບການບໍລິຫານຄຸ້ມຄອງ ທສວ ( ສະບັບປັບປຸງ ), ຮັບຮອງເງື່ອນໄຂການສະໜອງທຶນໃຫ້ທະນາຄານທຸລະກິດ ແລະ ເງື່ອນໄຂການປ່ອຍກູ້ໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ ( SME ) ບ້ວງເງິນ 200 ຕື້ກີບ, ຮັບຮອງທະນາຄານທີ່ເຂົ້າຮ່ວມໂຄງການປ່ອຍສິນເຊື່ອບ້ວງເງິນ 200 ຕື້ກີບ ພ້ອມທັງການຈັດສັນເງິນທຶນໃຫ້ທະນາຄານທີ່ເຂົ້າຮ່ວມໂຄງການ ແລະ ຮັບຮອງບົດລາຍງານການກວດສອບການເງິນຂອງ ທສວ ແຕ່ວັນທີ 1 ຕຸລາ 2015 ຫາ 31 ທັນວາ 2018.

ree
ພາບ:laoedaily.com

ກອງປະຊຸມໄດ້ຮັບຮອງເອົາທະນາຄານພັດທະນາລາວ, ທະນາຄານໄຊງ່ອນເທືອງຕິ່ນລາວ ( ຊາຄອມແບັງ ລາວ ), ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ແລະ ທະນາຄານມາຣູຮານ ເຈແປນລາວ ເຂົ້າຮ່ວມໂຄງການປ່ອຍສິນເຊື່ອບ້ວງເງິນ 200 ຕື້ກີບ ໂດຍມີເງື່ອນໄຂການປ່ອຍກູ້ໃຫ້ SME ດັ່ງນີ້: ວົງເງິນການປ່ອຍກູ້ສໍາລັບຈຸນລະວິສາຫະກິດ ບໍ່ເກີນ 1,5 ຕື້ກີບ, ວິສາຫະກິດຂະໜາດນ້ອຍບໍ່ເກີນ 3 ຕື້ກີບ ແລະ ວິສາຫະກິດຂະໜາດກາງ ບໍ່ເກີນ 4 ຕື້ກີບ, ອັດຕາດອກເບ້ຍ 3% ຕໍ່ປີ. ສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຈະໄດ້ຮັບສິນເຊື່ອຕ້ອງເປັນ SME ຕາມກຳນົດໃນດຳລັດ ສະບັບເລກທີ 25/ລບ ລົງວັນທີ 16 ມັງກອນ 2017 ວ່າດ້ວຍການຈັດແບ່ງຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຕ້ອງມີແຜນການດຳເນີນທຸລະກິດທີ່ຈະແຈ້ງ ແລະ ຊັດເຈນ, ໄດ້ຮັບການຝຶກອົບຮົມສ້າງຄວາມເຂັ້ມແຂງຈາກຂະແໜງອຸດສາຫະກໍາ ແລະ ການຄ້າ ຫຼື ພາກສ່ວນອື່ນທີ່ໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກຂະແໜງອຸດສາຫະກໍາ ແລະ ການຄ້າເປັນວິສາຫະກິດທີ່ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ ແລະ ບໍ່ເປັນໜີ້ບໍ່ເກີດດອກອອກຜົນຢູ່ນໍາທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ, ເປັນຂະແໜງການ ຫຼື ຂົງເຂດບຸລິມະສິດທີ່ລັດຖະບານກຳນົດໃນແຕ່ລະໄລຍະ ແລະ ເປັນຂະແໜງການທີ່ມີຜົນຕອບແທນດ້ານທຸລະກິດ ເພື່ອຮັບປະກັນໃຫ້ ທສວ ມີ ຄວາມຍືນຍົງ. ກຽມປ່ອຍເງິນກູ້ດອກເບ້ຍຕ່ຳສຳລັບທຸລະກິດເອັສເອັມອີໃນລາວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page