top of page
Search

ກຽມຈັດ​ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 19 ​ໃນ​ເດືອນ​ໜ້າ​ນີ້.

  • Writer: Superphil Phil
    Superphil Phil
  • Sep 6, 2020
  • 1 min read

ກຽມຈັດ​ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 19 ​ໃນ​ເດືອນ​ໜ້າ​ນີ້. ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ ຈະ​ມີ​ການ​ຈັດງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 19 ປະຈໍາປີ 2020ຂື້ນໃນລະຫວ່າງວັນທີ 10-18 ຕຸລານີ້ , ພາຍໃຕ້ຄໍາຂວັນທີ່​ວ່າ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ ຕາມຮອຍປູ່ຍ່າຕາຍາຍ”, ຈຸດປະສົງເພື່ອເປັນການສົ່ງເສີມການຕະຫລາດໃຫ້ແກ່ສິນຄ້າຫັດຖະກຳ. ທັງ​ນີ້​ທັງ​ນັ້ນ ກໍເປັນການເຕົ້າໂຮມຄວາມສາມັກຄີ ໃນໝູ່ຊາວຊ່າງຫັດຖະກຳທຸກຊົນເຜົ່າຢູ່ທຸກໆທ້ອງຖິ່ນໃນທົ່ວປະເທດ ເພື່ອພ້ອມກັນອະນຸລັກສີໄມ້ ລາຍມືທາງດ້ານຫັດຖະກຳ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ, ເສີມຂະຫຍາຍພູມປັນ ຍາທາງດ້ານຫັດຖະກຳຂອງຊົນເຜົ່າຕ່າງໆ, ຜະລິດເຄື່ອງຫັດຖະກຳ ໃຫ້ມີຄວາມຫລາກຫລາຍ ມີຄວາມສວຍງາມປານີດ, ເປັນເອກະລັກຂອງຊົນເຜົ່າ ຂອງທ້ອງຖິ່ນ.

ພາບ: ຫຸມເພັງ ຫັດຖະກຳ

ແຖມຍັງເປັນການສ້າງໂອກາດ ໃຫ້ຊ່າງຫັດຖະກຳ ໄດ້ມາພົບປະລູກຄ້າຂາປະຈຳ ແລະ ຫາຄູ່ຄ້າລາຍໃໝ່. ນອກຈາກນີ້, ຍັງເປັນການສະໜັບສະໜູນການທ່ອງທ່ຽວລາວ (ລາວທ່ຽວລາວ) ແລະ ທັງເປັນການກະຕຸ້ນເສດຖະກິດຂອງລາວໃຫ້ຟົດຟື້ນ. ປະທານສະມາຄົມຫັດຖະກຳລາວ ກ່າວວ່າ: ໃນປີນີ້ໄດ້ເປີດກວ້າງໃຫ້ມີຫລາກຫລາຍສິນຄ້າ ມາຮ່ວມວາງສະແດງ ແລະ ຂາຍ. ໃນງານຄັ້ງນີ້, ໄດ້ຈັດຫ້ອງວາງ ສະແດງສິນຄ້າສຳລັບຫັດຖະກຳລາວ ຫລາຍກວ່າ 200 ຮ້ານ, ໃນນີ້ມີຜະລິດຕະພັນແຜ່ນແພ, ເຄື່ອງປ່າຂອງດົງ, ຜະລິດຕະພັນຈາກໄມ້ເສດ, ເຄື່ອງເງິນ/ວັດຖຸມີຄ່າ, ຜະລິດຕະພັນເຄື່ອງປັ້ນດິນເຜົາ, ຜະ ລິດຕະພັນສິນຄ້າກະສິກຳ, ໂອດອບ ແລະ ເຄື່ອງອຸປະໂພກ-ບໍລິໂພກທົ່ວໄປ. ພາຍໃນງານຍັງຈະໄດ້ຈັດກິດຈະກຳສາທິດ, ຝຶກອົບຮົມວິທີ ແລະ ເຕັກນິກ ໃນການຜະລິດສິນຄ້າຫັດຖະກຳແຕ່ລະຂະແໜງການ ເພື່ອເປັນການຖ່າຍທອດຄວາມຮູ້, ພູມປັນຍາຂອງບັນພະບູລຸດ ພ້ອມທັງເປັນການໂຄສະນາປະຊາສຳພັນໃຫ້ມວນຊົນ ໄດ້ເຫັນ ຫລື ທົດລອງປະຕິບັດຕົວຈິງ ຂອງຂັ້ນຕອນການຜະລິດ. ງານ​ມະ​ຫາ​ກຳ​ສີ​ມື​ຫັດ​ຖະ​ກຳ​ຈະ​ຈັດ​ຂື້ນ​ໃນ​ກາງເດືອນ​ຕຸ​ລາ2020 ​ນີ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page