top of page
Search

ກຽມ​ຮື້​ຖອນຕະຫລາດເຊົ້າ ເພື​່ອພັດ​ທະ​ນາໃຫ້ເປັນສູນການຄ້າທີ່ທັນສະໄໝ.

  • Writer: Superphil Phil
    Superphil Phil
  • Sep 5, 2020
  • 1 min read

ກຽມ​ຮື້​ຖອນຕະຫລາດເຊົ້າ ເພື​່ອພັດ​ທະ​ນາໃຫ້ເປັນສູນການຄ້າທີ່ທັນສະໄໝ. ເພື່ອເປັນການສ້າງຄວາມເຂົ້າໃຈຕໍ່ທິດທາງການພັດທະນາຂອງນະຄອນຫລວງວຽງຈັນ ໂດຍສະເພາະແມ່ນຕະຫລາດເຊົ້າ ກາຍເປັນສູນການຄ້າທີ່ທັນສະ ໄໝ, ເປັນສູນລວມຂອງການຄ້າຂາຍໃນຮູບແບບທີ່ທັນສະໄໝ ສົມເປັນເມືອງຫລວງຂອງປະເທດ, ວັນທີ 28 ສິງຫາ 2020 ນີ້, ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຊີ້ນຳຄະນະສະເພາະກິດ ຍົກຍ້າຍຊາວຄ້າ-ຂາຍ ໂຄງການພັດທະນາຕະຫລາດເຊົ້າ ໄດ້ພົບປະຊາວຄ້າຂາຍ, ຜູ້ພັດທະນາຕະ ຫລາດເຊົ້າ ກໍຄື ບໍລິສັດ ຮົວຊິນ ພັດທະນາ ຈຳກັດ ແລະ ຊີ້ນຳການຈັດຕັ້ງປະຕິບັດແຜນພັດທານາຕະຫລາດເຊົ້າໃຫ້ເປັນສູນການຄ້າທີ່ທັນສະໄໝ.

ພາບ: shoppinginlaos


ທ່ານ ພູຂົງ ບັນນະວົງ ໄດ້ກ່າວວ່າ: ພວກເຮົາຕ້ອງໄດ້ເຊື່ອໝັ້ນໃນການພັດທະນາ ແລະ ຢັ້ງຢືນຕາມສັນຍາທີ່ນະຄອນຫລວງວຽງຈັນ ໄດ້ເຊັນຮັບຮອງແລ້ວ ໂດຍຂັ້ນຕອນການຄົ້ນຄວ້າແມ່ນ ຜ່ານຂະບວນການຖືກຕ້ອງ ແລະ ມີຄວາມເປັນທຳທີ່ສຸດ, ການພັດທະນາຕະຫລາດເຊົ້າ ແມ່ນໃຫ້ໄປຕາມຮູບແບບແຜນຜັງ ທີ່ລັດຖະບານຮັບຮອງ, ການປຸກສ້າງກໍໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແຜນຜັງການກໍສ້າງ, ທຸກຂັ້ນຕອນການກໍ່ສ້າງແມ່ນໃຫ້ປະຕິບັດໄປຕາມລະບຽບການ. ທ່ານຍັງໄດ້ຮຽກຮ້ອງມາຍັງຊາວຄ້າຂາຍ ແລະ ບໍລິສັດ ຕ້ອງໄດ້ຮ່ວມມືກັນ ເຮັດໃຫ້ການກໍ່ສ້າງສຳເລັດຕາມເວລາທີ່ໄດ້ກຳນົດໄວ້ ບໍ່ໃຫ້ແກ່ຍາວເວລາໃນການພັດທະນາຄືໄລຍະຜ່ານມາ, ສ່ວນການຕົບແຕ່ງພາຍໃນ ແມ່ນໃຫ້ບໍລິສັດ ແລະ ຊາວຄ້າຂາຍ ສົບທົບກັນເພື່ອຄວາມຈົບງາມ ແລະ ທັນສະໄໝ; ກຳນົດແຜນຍົກຍ້າຍຊ່ວຄ້າຂາຍ ອອກຈາກຕຶກຢູ(U) ມາຢູ່ຕຶກ ມໍ1 ແລະ ມໍ2 ເພື່ອໃຫ້ ການກໍ່ສ້າງໄດ້ດຳເນີນໄປຢ່າງສະດວກ ແລະ ສໍາເລັດຕາມແຜນການທີ່ວາງໄວ້. ຕະຫລາດເຊົ້າ ຈະ​ພັດ​ທະ​ນາໃຫ້ເປັນສູນການຄ້າທີ່ທັນສະໄໝ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page