top of page
Search

ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ຫາທາງອອກດ້ານເສດຖະກິດ.

  • Writer: Superphil Phil
    Superphil Phil
  • Aug 30, 2020
  • 1 min read

ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ຫາທາງອອກດ້ານເສດຖະກິດ. ການລະບາດຂອງພະຍາດໂຄວິດ ເຮັດໃຫ້ຫລາຍໆປະເທດລ້ວນແລ້ວແຕ່ພົບບັນຫາທາງເສດຖະກິດ, ລາວເຮົາເອງກໍເປັນອີກປະເທດໜຶ່ງທີ່ມີຄວາມຕັ້ງໃຈເພື່ອຈະໃຫ້ຜ່ານພົ້ນວິກິດນີ້ໄປ ແລະ ພະຍາຍາມຫາທາງອອກທາງດ້ານເສດຖະກິດ ຮ່ວມກັບຫລາຍໆປະເທດໂດຍສະເພາະແມ່ນບັນດາປະເທດສະມະຊິກອາຊຽນ. ຕາມການລາຍງານຂອງ ຂ່າວສານປະເທດລາວໃຫ້ຮູ້ວ່າ: ກອງປະຊຸມ ລັດຖະມົນຕີ ເສດຖະກິດ ບັນດາປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 12 (CLMV EMM 12). ໄດ້ຈັດຂຶ້ນ ທາງອອນລາຍ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ເຊິ່ງ​ເປັນເຫດການ ສຳຄັນ ນອນໃນຂອບເຂດ ລາຍການ ຂອງກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 52 (AEM 52).

ພາບ: targetlaos.com

ສຳລັບ​ກອງ​ປະຊຸມ​ຄັ້ງນີ້ ໄດ້ສຸມໃສ່ ແລກປ່ຽນ ບາງບັນຫາຕົ້ນຕໍຄື: ການກວດກາຄືນໃໝ່, ຕີລາຄາ ສະພາບການ ຜັນຂະຫຍາຍ ແຜນການກະທຳ ຮ່ວມມື ເສດຖະກິດ CLMV ໄລຍະ 2019 – 2020. ຮັບຮອງເອົາ ແຜນການກະທຳ ຮ່ວມມືເສດ ຖະກິດ CLMV ໄລຍະ 2021 – 2022, ແຜນການຮັບມື ແລະ ຟື້ນຟູ ພາຍຫລັງ ໂລກລະບາດ Covid – 19. ຈາກ​ນັ້ນ ທ່ານ ເຈິ່ນ ຕວັນແອງ ລັດຖະມົນຕີ ກະຊວງ ອຸດສາຫະກຳ – ການຄ້າ ຫວຽດນາມ ໄດ້ສະເໜີ ໃຫ້ບັນດາປະເທດ CLMV ເພີ່ມທະວີ ການສົມທົບກັນ ກ່ຽວກັບ ນະໂຍບາຍ, ມາດຕະການແກ້ໄຂ ບັນດາຄວາມຫຍຸ້ງຍາກ ຈາກໂລກລະ ບາດ ​ໂຄ​ວິດ-19. ພ້ອມ​ທັງ ສະເໜີ ໃຫ້ບັນດາປະເທດ CLMV ຕັ້ງໜ້າ ແລະ ເປັນເຈົ້າການກ່ວາອີກ ໃນການສຳຜັດ ແລະ ສະເໜີ ໃຫ້ບັນດາ ຄູ່ຮ່ວມມື ພັດທະນາ ໜູນຊ່ວຍ ແຫລ່ງກຳລັງ ໃນການຜັນ ຂະຫຍາຍ ບັນດາການເຄື່ອນໄຫວ ລວມທັງ ໂຄງການຮ່ວມມື CLMV ໃນໄລຍະໃໝ່. ລາວ ແລະ ອີກສາມປະເທດອາຊຽນ ຫາທາງອອກດ້ານເສດຖະກິດ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page