ການແຜ່ລະບາດຂອງໂຄວິດ-19 ອາດເຮັດໃຫ້ແຮງງານລາວພາຍໃນປະເທດ ແລະ ນອກປະເທດປະສົບກັບໄພຫວ່າງງານ
- Superphil Phil
- May 22, 2020
- 1 min read
ແຮງງານລາວ ຢູ່ພາຍ ແລະ ຜູ້ກັບມາຈາກຕ່າງປະເທດອາດຖືກເລີກຈ້າງ ປະຈຸບັນແຮງງານລາວ ຢູ່ພາຍໃນປະເທດ ແລະ ຜູ້ກັບມາຈາກປະເທດໄທ ອາດຈະພົບບັນຫາດ້ານເສດຖະກິດຄອບຄົວ ເພາະວ່າຖືກເລີກຈ້າງ ຍ້ອນຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19. ຜູ້ປະກອບການຈຳນວນຫຼາຍພາຍໃນປະເທດລວມທັງເຂດເສດຖະກິດພິເສດ ຍັງບໍ່ທັນມີແຜນທິ່ຊັດເຈນໃນການຮັບເອົາແຮງງານລາວກຸ່ມດັ່ງກ່າວເຂົ້າເຮັດວຽກ.
ເຖິງແມ່ນວ່າລັດຖະບານໄດ້ຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງເພື່ອທວງໃຫ້ຜູ້ປະກອບການທຸກຂະແໜງວິຊາຊີບຕ້ອງປະຕິບັດຕາມແຈ້ງການຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະສະເພາະກິດ ໃນການຮັບເອົາແຮງງານລາວກຸ່ມດັ່ງກ່າວເຂົ້າເຮັດວຽກນຳບໍລິສັດຂອງຕົນ.
ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວໃນກອງປະຊຸມການຈັດຫາງານ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ຈັດຂຶ້ນໃນວັນທີ 20 ພຶດສະພາ 2020 ວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງຜູ້ອອກແຮງງານ ຢູ່ ສປປ ລາວ. ຜ່ານມາກະຊວງພວກເຮົາມີກົນໄກ ແລະ ແຈ້ງການຈຳນວນໜຶ່ງເພື່ອແນະນໍາໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທຸກຂັ້ນໃນທົ່ວປະເທດຈະຕ້ອງເຮັດວຽກໜັກຂື້ນໃນການສືບຕໍ່ປະສານງານກັບນັກລົງທຶນ ແລະ ຜູ້ປະກອບການໃນທົ່ວປະເທດ ເພື່ອແນະນຳໃຫ້ພວກເຂົາຮັບເອົາແຮງງານ ເພື່ອຫຼຸດຜອ່ນຜົນກະທົບຕໍ່ຊີວິດການເປັນຢູ່ປະຈຳວັນ ຂອງຜູ້ອອກແຮງງານລາວ ຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.
ແຮງງານລາວ ອາດຖືກເລີກຈ້າງທັງພາຍໃນ ແລະ ຕ່າງປະເທດ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments