top of page
Search

ການເອີ້ນຊື່​ຂອງຄົນຜູ້​ທີ່ບໍ່ສະບາຍຄວາມໝາຍໃນພາສາລາວ

  • Writer: Superphil Phil
    Superphil Phil
  • Mar 30, 2020
  • 1 min read

ການເອີ້ນຊື່​ຂອງຄົນຜູ້​ທີ່ບໍ່ສະບາຍຄວາມໝາຍໃນພາສາລາວກໍ່​ສາ​ມາດ​ເອີ້ນ​ໄດ້​ຫລາຍ​ແບບ ແລະ ຄວາມ​ໝາຍ​ໃນ​ການ​ໃຊ້​ກໍ​ອາດ​ຈະ​ຕ່າງ​ກັນ​ເລັກ​ນ້ອຍ​ເຊັ່ນ:

#ຄົນໄຂ້ ໝາຍເຖິງຄົນທີ່ບໍ່ສະບາຍທີ່ເກີດຈາກການປ່ຽນແປງດິນຟ້າອາກາດ, ເກີດຈາກເຊື້ອພະຍາດເຊັ່ນ ຈາກຍຸງ, ໝັດ, ເຫັບ ແລະອື່ນໆ. ຊື່ເອີ້ນຂອງໄຂ້ມີຫຼາຍເຊັ່ນ ໄຂ້ຫວັດ, ໄຂ້ຍຸງ, ໄຂ້ເລືອດອອກ, ໄຂ້ທໍລະພິດ, ໄຂ້ໃຈ(ອັນນີ້ແຖມ) ..

ພ​າບ: sukkaphap-d.com


#ຄົນເຈັບ ໝາຍເຖິງຄົນທີ່ບໍ່ສະບາຍ ທີ່ເກີດຈາກການມີບາດແຜຕາມຮ່າງກາຍ ແລະ ເຈັບທີ່ບໍ່ມີບາດແຜທາງໃນຂອງຮ່າງກາຍເຊັ່ນ ຄົນເຈັບເກີດຈາກລົດລົ້ມ, ຄົນເຈັບເກີດຈາກອຸບັດເຫດ, ຄົນເຈັບເກີດຈາກອົກຫັກ (ແຖມ).

#ຄົນປ່ວຍ ໝາຍເຖິງຄົນທີ່ບໍ່ສະບາຍ ເກີດຈາກພະຍາດຕ່າງໆ ເຖິງຂັ້ນກາງຫາເກືອບໜັກເຊັ່ນ ປ່ວຍເປັນພະຍາດມະເຮັງ, ປ່ວຍເປັນໄຂ້ເລືອດອອກ, ປ່ວຍເປັນເບົາຫວານ, ປ່ວຍມາໄດ້ສາມເດືອນແລ້ວ, ປ່ວຍການ, ປ່ວຍການເມືອງ (ແຖມໃຫ້).

#ຄົນໂຊ ໝາຍເຖິງຄົນບໍ່ສະບາຍ ເກີດຈາກພະຍາດຕ່າງໆ ມີອາການໜັກຕິດຕຽງ, ເຖິງຂັ້ນຊ່ວຍໂຕເອງບໍ່ໄດ້ ແລະມີອາການຊໍາເຮື້ອເປັນເວລາດົນນານ. ສ່ວນໂຊແຄ່ງໂຊຂາ ໂຊນົມ ແມ່ນຄົນລະໂຊເດີ.

ໃນພາສາລາວ ສັບທາງການແພດ, ກົດໝາຍ ທີ່ໝາຍເຖິງບຸກຄົນ, ທ​ຸກ​ກໍ​ລີ​ນີ​ຕ່າງໆ​ໃນ​ການ​ເຈັບ​ເປັນ​ ແລະ ເຂົ້າ ໄປປິ່ນປົວຢູ່ໂຮງໝໍເອີ້ນວ່າ ຄົນເຈັບ-ຄົນປ່ວຍ ຫຼື ຜູ້ປ່ວຍ.

ຕົວຢ່າງ: ໄປຢ້ຽມຄົນເຈັບ, ຫ້ອງຄົນເຈັບ, ຍາດພີ່ນ້ອງຄົນເຈັບລໍຖ້າຢູ່ນອກ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

ແຫລ່ງທີ່​ມາ​: ປ່ອງ​ຍ້ຽມ​ພາ​ສາ​ລາວ

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page