top of page
Search

ການລະບາດຂອງພະຍາດໄຂ້ຍຸງລາຍໃນລາວ ເຮັດໃຫ້ມີຄົນເສຍຊີວິດແລ້ວ 2 ຄົນ.

  • Writer: Superphil Phil
    Superphil Phil
  • May 23, 2020
  • 1 min read

ສ​ປ​ປ ລາວ ເສຍຊີວິດແລ້ວ 2 ຄົນ ຈາກພະຍາດໄຂ້ຍຸງລາຍ ໃນຂະ​ນະ​ທີ່​ຫລາຍ​ຄົນ​ພວມ​ລະ​ມັດ​ລະ​ວັງ​ພະ​ຍາດ​ໂຄວິດ 19 ຢູ່ນັ້ນ ຫລາຍໆ​ອາດ​ຈະ​ລືມ​ປ້ອງ​ກັນ​ພະ​ຍາດ​ອື່ນໆ​ເຊັ່ນ​ໄຂ້​ຍຸງ, ​ ການລະບາດຂອງພະຍາດໄຂ້ຍຸງລາຍໃນ ສປ​ປ ລາວ ກໍ່ຍັງສືບຕໍ່ແຜ່ລະບາດໄປໃນທົ່ວປະເທດ ແລະ ​ມີ​ຜູ່ເສຍຊີວິດ​ໄປແລ້ວ 2 ຄົນ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ ເຊິງ​ເຮົາ​ຄວນ​ຈະ​ມີ​ການ​ລະ​ມັດ​ລະ​ວັງ ແລະ ປ້ອງ​ກັນ​ໃຫ້​ດີ​ເຊັ່ນ​ກັນ.

ພາບ: rfa.org

​ກົມ​ຄວບ​ຄຸມ­ພະ​ຍາດ ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະສຸກ ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ນັບແຕ່ທ້າຍເດືອນທັນວາ 2019 ຫາ ວັນທີ 18 ພຶດສະພາ 2020, ທົ່ວ​ປະ­ເທດ​ ໄດ້ມີກໍລະມີ​ຄົນ​ເຈັບ​​ ຈາກພະຍາດ​ໄຂ້­ຍຸງ​ລາຍ 1,234 ກໍລະ­ນີ, ເສຍຊີວິດແລ້ວ 2 ຄົນ. ໃນ​ນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 327 ກໍລະນີ ເສຍຊີວິດ 1 ຄົນ, ແຂວງ ອັດຕະປື 184 ກໍລະນີ, ວຽງຈັນ 169 ກໍລະນີ, ຄຳມ່ວນ 93 ກໍລະນີ, ບໍລິຄຳໄຊ 92 ກໍລະນີ, ສະຫວັນນະເຂດ 84 ກໍລະນີ, ສາລະວັນ 77 ກໍລະນີ, ໄຊຍະບູລີ 72 ກໍລະນີ ເສຍຊີວິດ 1 ຄົນ ແລະ ແຂວງອື່ນໆ ເຊິ່ງແຂວງທີ່ຍັງບໍ່ມີການລາຍງານຄົນເປັນໄຂ້ຍຸງລາຍ ແມ່ນແຂວງຫົວພັນ ແລະ ຊຽງຂວາງ. ສ​ປ​ປ ລາວ ເສຍຊີວິດແລ້ວ 2 ຄົນ ຈາກພະຍາດໄຂ້ຍຸງລາຍ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page