top of page
Search

ການຜະລິດອຸດສາຫະກຳ – ຫັດຖະກໍາ ຫຼຸດຄາດໝາຍເຄິງປີທຳອິດ.

  • Writer: Superphil Phil
    Superphil Phil
  • Aug 8, 2020
  • 1 min read

ການຜະລິດອຸດສາຫະກຳ – ຫັດຖະກໍາ ຫຼຸດຄາດໝາຍເຄິງປີທຳອິດ. ເນືອງຈາກການລະບາດຂອງໂຄວິດເຮັດໃຫ້ໃນ 6 ເດືອນຕົ້ນປີ 2020 ການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາຂອງ ສປປ ລາວ ປະຕິບັດໄດ້ 42,7% ຂອງແຜນປີ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 4,8% ມູນຄ່າການຈໍລະຈອນສິນຄ້າພາຍໃນ ປະຕິບັດໄດ້ 40,47% ຂອງແຜນການປີ.  ຕາມແຫລ່ງຂ່າວເສດຖະກິດການຄ້າໃຫ້ຮູ້ວ່າ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດກອງປະຊຸມ ປະຈຳປີ 2019 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຂຶ້ນເມື່ອວັນທີ 30 – 31 ກໍລະກົດ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ເຊິ່ງຈັດໃນຮູບແບບກອງປະຊຸມທາງໄກ ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຄ ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຫົວໜ້າພະແນກ ອຄ ໃນທົ່ວປະເທດເຂົ້າຮ່ວມ.

ພາບ: laoedaily.com.la

    ທ່ານ ພູວຽງ ພົງສາ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ອຄ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານຮອບດ້ານໃນ 6 ເດືອນຕົ້ນປີ 2020 ຂອງຂະແໜງ ອຄ ເຫັນໄດ້ວ່າປະເທດເຮົາປະສົບບັນຫາທາງດ້ານເສດຖະກິດຫຼາຍໆດ້ານ ເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ – 19, ສົ່ງຜົນກະທົບຕໍ່ເສດຖະກິດພາຍໃນປະເທດເປັນຕົ້ນດ້ານ ອຄ ກໍໄດ້ຮັບຜົນກະທົບບໍ່ໜ້ອຍເຮັດໃຫ້ບັນດາໂຮງຈັກ, ໂຮງງານ, ບໍລິສັດ, ຫ້າງຮ້ານ, ຊຸບເປີ້ມາເກັດ, ຮ້ານມິນິມາກ, ຕະຫຼາດ, ຮ້ານຄ້າຂາຍ ຍົກ – ຂາຍຍ່ອຍ ແລະ ອື່ນໆ ກໍໄດ້ມີການປິດກິດຈະການ ແລະ ຢຸດການດໍາເນີນການຜະລິດໄວ້ຊົ່ວຄາວ ເຮັດໃຫ້ການຈໍລະຈອນຊື້ – ຂາຍສິນຄ້າ ແລະ ການບໍລິການພົບຄວາມຫຍຸ້ງຍາກ. ໃນນີ້, ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປະຕິບັດໄດ້ປະມານ 6.256 ຕື້ກີບ ເທົ່າກັບ 42,7% ຂອງແຜນປີ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 4,8%. ມູນຄ່າການຈໍລະຈອນສິນຄ້າພາຍໃນ ( ຂາຍຍົກ – ຂາຍຍ່ອຍ ) ຄາດຄະເນປະຕິບັດໄດ້ປະມານ 29.290,47 ຕື້ກີບ ເທົ່າກັບ 40,47% ຂອງແຜນການ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ -10,25%. ຫຼຸດຄາດໝາຍ ການຜະລິດອຸດສາຫະກຳ – ຫັດຖະກໍາ ຕົ້ນປີ 2020 ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

תגובות


© 2023 by NOMAD ON THE ROAD. Proudly created with Wix.com

bottom of page