top of page
Search

ການຜະລິດ​ກະສິກຳ ຢູ່ ລາວ ຫຼຸດເປົ້າໝາຍ ຍ້ອນຫລາຍ​ສາຍ​ເຫດ.

  • Writer: Superphil Phil
    Superphil Phil
  • Sep 12, 2020
  • 1 min read

ການຜະລິດ​ກະສິກຳ ຢູ່ ລາວ ຫຼຸດເປົ້າໝາຍ ຍ້ອນຫລາຍ​ສາຍ​ເຫດ. ​ ການ​ຜະ​ລິດ​ກະ​ສິ​ກຳ​ຂອງ​ລາວ​ຕ່ຳ​ກວ່າ​ເປົ້າ​ໝາຍ​ຫລາຍ​ໃນ​ປີ​ນີ້​ເນືອງ​ຈາກ​ສາຍ​ເຫດ​ປັດ​ໃຈ​ອື່ນໆ​ຕາມ​ຂໍ້​ມູນ​ຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຂອງສປປ ລາວ ໃຫ້​ຮູ້ວ່າ: ການຜະລິດກະສິກໍາຂອງສປປ ລາວ ໃນປີ 2020 ຈະຂະຫຍາຍຕົວ ໃນອັດຕາພຽງ 0,9-1,7% ຊຶ່ງຫລຸດຈາກເປົ້າໝາຍເດີມທີ່ຕັ້ງໄວ້ທີ່ 2.8-3% ເນື່ອງຈາກຫຼາຍປັດໃຈລວມມີ ການແຜ່ລະບາດຂອງເຊື້ອ ໂຄວິດ-19, ການແຜ່ລະບາດຂອງພະຍາດ ແລະ ໄພທໍາມະຊາດ.  ບົດລາຍງານທະນາຄານໂລກ ຊີ້ໃຫ້ຮູ້ວ່າ ການຂະຫຍາຍຕົວຂອງພາກກະສິກໍາ ຈະກັບມາຂະຫຍາຍຕົວຄືນ ໃນໄລຍະໂຄວິດ ແຕ່ຢູ່ໃນລະດັບປານກາງ ເນື່ອງຈະໄດ້ຮັບຜົນກະທົບ ໃນການສົ່ງອອກ ແລະ ຄວາມສ່ຽງຈາກສະພາບອາກາດ ເຖິງແມ່ນວ່າ ລັດຖະບານແຫ່ງ ສປປ ລາວ ໄດ້ມີຄວາມພະຍາຍາມ ໃນການກະຕຸກຊຸກຍູ້ ການຜະລິດທາງດ້ານກະສິກໍາເພື່ອການບໍລິໂພກພາຍໃນ ແລະ ເພື່ອສົ່ງອອກຂາຍຕ່າງປະເທດ, ແຕ່ປະລິມານຜົນຜະລິດກະສິກໍາກໍຍັງບໍທັນໄດ້ ຕາມຄາດໜາຍທີ່ກໍານົດ. ຜະລິດຕະຜົນທາງພາກກະສິກໍາ ບາງຈໍານວນ ແມ່ນຍັງສືບຕໍ່ ນໍາເຂົ້າຈາກປະເທດເພື່ອນບ້ານ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ.

ree
ພາບ: targetlaos.com

    ສ່ວນອີກສາເຫດໜຶ່ງ ແມ່ນມາຈາກ ພື້ນທີ່ການຜະລິດກະສິກໍາ ຫຼາຍແຫ່ງບໍສາມາດຂະຫຍາຍການຜະລິດໄດ້ ເນື່ອງຈາກຖືກປ່ຽນແທນ ເພື່ອການພັດທະນາ ໂຄງການຕ່າງໆ, ຊຶ່ງຕໍ່ຈາກນີ້ໄປ ແມ່ນຕ້ອງໄດ້ສຸມໃສ່ເຕັກໂນໂລຊີ ທີ່ສາມາດເພີ່ມການຜະລິດໃຫ້ໄດ້ຫຼາຍຂຶ້ນ; ໃນໄລຍະຜ່ານມາ ເຖິງແມ່ນວ່າ ລັດຖະບານໄດ້ເພີ່ມຄວາມພະຍາຍາມ ໃນການເຂົ້າເຖິງການເງິນ ໃຫ້ພາກກະສິກໍາ ແຕ່ຊາວກະສິກອນ ກໍຍັງຕ້ອງພົບສິ່ງທ້າທາຍ ທາງດ້ານລາຄາທີ່ສູງ ຈາກການຊື້ເຄື່ອງຈັກ, ປຸ໋ຍ, ເມັດພັນພືດ ແລະ ອື່ນໆ ຈາກຕ່າງປະເທດ. ຈາກສະຖິຕິ, ປະຊາກອນລາວ ປະກອບອາຊີບ ໃນພາກກະສິກໍາ ກວມເຖິງ 64% ຂອງປະຊາກອນທັງໝົດ ແຕ່ການຂະຫຍາຍຕົວຂອງພາກກະສິກໍາ ເພີ່ມຂຶ້ນພຽງ 3% ໃນໄລຍະ 20 ປີຜ່ານມາ, ສະແດງໃຫ້ເຫັນເຖິງຄວາມຈໍາເປັນ ໃນການດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາລົງທຶນໃນພາກກະສິກໍາໃຫ້ຫຼາຍຂຶ້ນ ແລະ ຍັງມີຄວາມຈໍາເປັນ ໃນການຊ່ວຍຊາວກະສິກອນ ໃນການຊອກຫາຕະຫຼາດ ເພື່ອຈໍາໜ່າຍເພີ່ມຕື່ມ. ນັກເສດຖະສາດ ກ່າວວ່າ ການລົງທຶນໃສ່ພາກກະສິກໍາ ແມ່ນມີຄວາມສ່ຽງຫຼາຍຢ່າງ ເນື່ອງຈາກຕ້ອງໄດ້ປະເຊີນກັບສະພາບສັດຕູພືດ ແລະ ການລະບາດຂອງພະຍາດແລ້ວ, ມາ​ເບິງສາຍ​ເຫດ​ທີ່​ການ​ຜະ​ລິດ​ກະ​ສິ​ກຳ​ຢູ່​ລາວ​ຫລຸດ​ເປົ້າ​ໜາຍ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page