top of page
Search

ການນຳແຂວງຈຳປາສັກຖອດຖອນບົດຮຽນ ໂຄງການລົບລ້າງ ຄວາມທຸກຍາກ

  • Writer: Superphil Phil
    Superphil Phil
  • May 8, 2020
  • 1 min read

Updated: May 13, 2020

ການນຳແຂວງຈຳປາສັກຖອດຖອນບົດຮຽນ ໂຄງການລົບລ້າງ ຄວາມທຸກຍາກ

ຕາມ​ການ​ລາຍ​ງານ​ຂອງ​ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ງານ​ວ່າ, ທ່ານ ​ວິ­ໄລ​ວົງ​ ບຸດ​ດາ​ຄຳ​ ເຈົ້າ ­ແຂວງ​ຈຳ­ປາ​ສັກ​ ພ້ອມ​ຄະ­ນະ​ໄດ້​ເຄື່ອນ​ໄຫວ​ຢ້ຽມ­ຢາມ​ ແລະ​ ຖອດ​ຖອນບົດ­ຮຽນ​ໂຄງ­ການ​ລຶບ­ລ້າງ​ຄວາມ ­ທຸກ​ຍາກ​ທີ່​ບ້ານ​ປະ​ແນະ​ ແລະ​ບ້ານ​ຕະ​ຢົງ ​ເມືອງ​ນອງ​ ແຂວງ​ສະ­ຫວັນ​ນະ​ເຂດ ​ເມື່ອວັນ​ທີ 2 ພຶດ​ສະພາ ​ຜ່ານ​ມາ

ພາບ: pasaxon.org.la

ໃຫ້​ກຽດ​ຕ້ອນ­ຮັບ​ຄະນະ​ ນຳ​ຂັ້ນ​ສູງ​ຂອງ​ແຂວງ​ຈຳ­ປາ​ສັກ​ຄັ້ງ ​ນີ້ ໂດຍ​ແມ່ນ​ທ່ານ​ ສັນ­ຕິ­ພາບ ພົມ ­ວິ­ຫານ ​ເຈົ້າ­ແຂວງ​ສະ­ຫວັນ​ນະ​ເຂດ, ທ່ານ​ ລຳ​ແກ້ວ ​ແສງ​ໜູ​ທອງ ​ເຈົ້າ ­ເມືອງໆ​ນອງ​ ພ້ອມ​ດ້ວຍ​​ຄະ­ນະ​ພະ ­ແນກ ­ການ​ຕ່າງໆ​ຂອງ​ແຂວງ​ໃຫ້­ການ​ຕ້ອນ­ຮັບ​ຢ່າງ​ອົບອຸ່ນ. ທ່ານ​ ບົວ​ລີ​ ເພັດ​ສົງ­ຄາມ ​ຫົວໜ້າ​ພະແນ​ກ​ກະ­ສິກຳ​ ແລະ ປ່າ­ໄມ້ ​ແຂວງ​ຈຳ­ປາ​ສັກ ​ໄດ້​ໃຫ້​ສຳ­ພາດ​ວ່າ: ຈຸດ­ປະ­ສົງ​ທີ່​ຄະ­ນະ​ນຳ​ແຂວງ​ຈຳ­ປາ​ສັກ​ ມາ​ຖອດ​ຖອນ​ບົດ ­ຮຽນ​ກ່ຽວ​ກັບ​ໂຄງ­ການ​ລຶບລ້າງ​ຄວາມ ­ທຸກຍາກ​ຊຶ່ງ​ເປັນ​ໂຄງ­ການ​ຂອງ​ນັກ ­ທຸ­ລະ­ກິດ​ເປັນ​ຜູ້​ໃຫ້​ທຶນ​ສະ­ໜັບສະ ­ໜູນຊ່ວຍ ­ເຫຼືອ​ ຫຼື​ ໂຄງ­ການ​ຮ່ວມ​ໃຈ​ສາຍ​ໄຍ​ໂລ­ມາ​ຄຳ​ ທີ່​ແຂວງ​ສະ­ຫວັນ​ນະ​ເຂດ​ຄັ້ງ​ນີ້ ກໍເພື່ອ​ເປັນ​ການ­ຈັດຕັ້ງ​ຜັນຂະ­ຫຍາຍ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຂອງ​ລັດ­ຖະ­ບານ​ເປີດ​ກວ້າງ​ຄັ້ງ​ທີ 1 ປີ 2019 ໃນ​ການ​ດຶງ​ດູດ​ເອົາ​ຜູ້​ປະ ­ກອບ​ການ​ພາຍ​ໃນ​ເຂົ້າ​ຮ່ວມ​ໃນ​ການ​ລຶບລ້າງ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ ­ຊົນ ຜ່ານ​ການ​ມາ​ເບິ່ງ​ຕົວ​ຈິງ​ເຫັນ​ວ່າ​ໂຄງ­ການ​ດັ່ງ­ກ່າວ​ມີ​ປະ­ໂຫຍດ ແລະ​ເປັນ​ບົດ­ຮຽນ​ຫຼາຍ ​ເນື່ອງ​ຈາກ​ວ່າ​ທາງ​ພາກ­ສ່ວນ​ນັກ­ທຸ­ລະ­ກິດ​ ກໍໄດ້​ລົງ​ເລິກ​ຮອດ​ຄອບ­ຄົວ​ ໝາຍ​ຄວາມ​ວ່າ​ເກີດ​ຈາກ​ຄວາມ​ຕ້ອງ­ການ​ຂອງ​ປະຊາ­ຊົນ​ໃນ​ການ​ກຳ­ນົດ​ເປົ້າ​ໝາຍ​ກິດຈະ­ກຳ​ບວກ​ກັບ​ໂຄງ­ການ​ຈຸດ​ສຸມ​ຂອງ​ລັດ­ຖະ­ບານ ​ທີ່​ໄດ້​ມີ​ການ​ລົງ­ທຶນ​ໃສ່​ວຽກ​ງານ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ໃຫຍ່ໆ , ຈຳປາສັກຖອດຖອນບົດຮຽນ ໂຄງການລົບລ້າງ ຄວາມທຸກຍາກ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page