top of page
Search

ການນຳເຂົ້າ ແລະ ສົ່ງອອກ ສະຖິຕິທາງການຄ້າປີ 2019 ສິດທິພິເສດ

  • Writer: Superphil Phil
    Superphil Phil
  • Jun 6, 2020
  • 1 min read

ການນຳເຂົ້າ ແລະ ສົ່ງອອກ ສະຖິຕິທາງການຄ້າປີ 2019 ສິດທິພິເສດ ຈາກການລາຍງານຂອງສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການສັງລວມ ສະຖິຕິການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈຳປີ 2019 ​ເຊິງ​ໄດ້​ຂໍ້​ມູນສະຫລຸບອອກ​ມາໃຫ້ຮູ້ໃນລາຍລະອຽດມີ​ດັ່ງ​ນີ້. ໂດຍແບ່ງອອກເປັນ 02 ຮູບແບບດ້ວຍກັນຄື: ແບບຝ່າຍດຽວ (GSP) ແລະ ແບບຕອບແທນກັນ ຫຼື ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ (FTA) ເຊິ່ງສາມາດບັນລຸໄດ້ປະມານ 1.328 ລ້ານກວ່າໂດລາ ກວມເອົາ 22,65% ຂອງມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ປະມານ 5.864 ລ້ານກວ່າໂດລາ. ຂະນະທີ່ ມູນຄ່າການນຳເຂົ້າ ພາຍໃຕ້ສິດທິພິເສດ ທາງການຄ້າແມ່ນປະມານ 665,92 ລ້ານໂດລາ ກວມເອົາ 11.60% ຂອງມູນຄ່າການນຳເຂົ້າ ທັງໝົດຂອງ ສປປ ລາວ ປະມານ 5.740 ລ້ານກວ່າໂດລາ.

Laos insight
ພາບ: laopost.com

ໃນ​ປີ 2019 ຜ່ານມາ ​ເມື່ອ​ສົມທຽບລະຫວ່າງ​ ສອງຮູບແບບການ​ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ ເຫັນວ່າ ການສົ່ງອອກແບບຝ່າຍ​ດຽວ ມີ​ມູນຄ່າ​ພຽງ 327 ລ້ານກວ່າໂດ​ລາ​; ​ໃນ​ຂະນະ​ທີ່ການ​ສົ່ງ​ອອກ​ແບບ ​ຕອບ​ແທນ​ກັນ ມີ​ມູນ​ຄ່າ​ສູງ​ກວ່າ 1.000 ລ້ານໂດ​ລາ​. ການ​ສົ່ງ​ອອກ​ແບບ​ຕອບ​ແທນ​ກັນ ກວມ​ເອົາ​ອັດຕາ​ສ່ວນຫຼາຍ ຂອງ​ການ​ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ ປະມານ 75,32%.​​

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page