top of page
Search

ການຕໍ່າຫູກທໍໄໝຂອງແມ່ຍິງລາວ.

  • Writer: Superphil Phil
    Superphil Phil
  • Apr 8, 2020
  • 1 min read

ຄວາມເປັນມາຂອງການ ຕໍ່າຫູກທໍໄໝຂອງແມ່ຍິງລາວ.

ຜ້າແພຜືນໜຶ່ງຈະໃຊ້ເວລາໃນການຕໍ່າ ຊ້າ-ດົນ ແມ່ນຂື້ນຢູ່ກັບລວດລາຍ, ຄວາມໃສໃຈ ແລະ ເວລາຂອງຜູ້ຕໍ່ານັ້ນເອງ, ເຖີງແນວໃດກໍ່ຕາມ ການຕໍ່າຫູກໃນປັດຈຸບັນນີ້ຍັງບ່ໍ່ທັນຟົດຟື້ນຄຶແຕ່ກ່ອນ ມີບາງເຂດກໍ່ເຊົາຫຼາຍແລ້ວ ມູນເຊື້ອອັນດີງາມອາດຈະສູນຫາຍໄປ ຖ້າວ່າຄົນລາວເຮົາ ບ່ໍ່ອະນຸລັກຮັກສາເອົາໄວ້.

ການຕໍ່າຫູກ ແມ່ນກິດຈະກຳຫນຶ່ງຂອງແມ່ຍິງລາວ ມາຕັ້ງແຕ່ດຶກດຳບັນຈົນຮອດປັດຈຸບັນ ເຊິ່ງໄດ້ຮັບການຖ່າຍທອດ ຈາກບັນພະບູລຸດຂອງລາວເຮົາຈາກຫລຸ້ນສູ່ຫລູ້ນ, ການຕໍ່າຫູກນັ້ນ ຈະມີຫລາຍຊະນິດ ເຊັ່ນ: ຜ້າບ່ຽງ, ສິ້ນ, ຜ້າປູໂຕະ… ສິ່ງເຫລົ່ານັ້ນມີຄວາມແຕກຕ່າງກັນໄປຕາມແຕ່ລະຂົງເຂດ. ໃນເມື່ອກ່ອນການຕໍ່າຜ້າແມ່ນເພື່ອເອົາມາໃຊ້ ພາຍໃນຄອບຄົວ, ແຕ່ປັດຈຸບັນນີ້ສາມາດຂາຍເປັນສິນຄ້າໄດ້.

ແຕ່ກ່ອນຈະໄດ້ຜ້າແພຜືນໜຶ່ງ ແມ່ນຈະຕ້ອງໄດ້ຜ່ານຂັ້ນຕອນຢ່າງຫຼວງຫຼາຍ ເຊິ່ງເລີ່ມຈາກການປັ່ນຝ້າຍ ເອົາໄປຄົ້ນເຮັດເຄືອຫູກ, ຈາກນັ້ນ ກໍ່ສືບຕ່ໍ່ເອົາໃສ່ຟືມ ເມື່ອສໍາເລັດແລ້ວ ກໍ່ຕໍ່າໄດ້ເລີຍ ສໍາລັບລວດລາຍຂອງແພ ແມ່ນມາຈາກການເກັບຂິດຂອງຜູ້ຕໍ່າເອງ ເຊິ່ງເຂົາເຈົ້າສາມາດເພີ່ມລວດລາຍຂື້ນຕື່ມ ໂດຍການນໍາໃຊ້ ໄໝ, ຝ້າຍລາກຫຼາຍສີ ຕາມຄວາມມັກ.

ວິທີການຕໍ່າຫູກ. —————————– ເຮົາຕ້ອງສັງເກດວ່າ ແຊງຫູກຂອງເຮົາຈະງາມຕ້ອງຕໍ່າໃຫ້ແຫນ້ນຫນາ ເມື່ອເວລາເຮົາໃສ່ສີຕ້ອງໃຫ້ຖືກກັບສີທີ່ເຮົາເຮັດພື້ນຂອງມັນ ຈະສະຫລັບຊັບຊ້ອນກັນເມື່ອເຮັດອອກມາເປັນຜືນແລ້ວເຮົາຈຶ່ງຈະໄດ້ແພຜື່ນທີ່ງາມ ແລະ ມີຫລາຍສີສະຫລັບກັນໄປ.

ຂັ້ນຕອນໃນການຕໍ່າຫູກ. —————————– ແມ່ນຈະເອົາໄຫມເຄືອມາປັ່ນ ແລ້ວກໍ່ເອົາມາຄົ້ນ ຫລັງຈາກນັ້ນກໍ່ສືບຕໍ່ ເອົາໄປຫ້າງໃສ່ກີ່ ແລະ ເຮົາກໍ່ຈະໄດ້ເອົາເສັ້ນໄຫມໃຫ້ເຂົ້າຮູຟືມ ໃຫ້ລະອຽດດີ ເພື່ອເວລາຕໍ່າເນື້ອແພ ມັນຈຶ່ງຈະລະອຽດ ແລະ ຈົບງາມດີ.

ອຸປະກອນການຕໍ່າຫູກ. ————————— ກີ່ ໄມ້ຜັ້ນ (ໄມ້ກໍ່າຜັ້ນ) ກະສວາຍ ຫລອດ ຟືມ ເຄືອຫູກ ເຂົາດອກ ແລະ ໄມ້ຢຽບ ຜຽນ ແປ້ນກີ່ ໄມ້ດາບ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page