top of page
Search

ການຕົບພຣະທາດຊາຍ ປະເພນີລາວທີ່ສຶບທອດມາແຕ່ບູຮານ

  • Writer: Superphil Phil
    Superphil Phil
  • May 19, 2020
  • 1 min read

ການຕົບພຣະທາດຊາຍ ປະເພນີລາວທີ່ສຶບທອດມາແຕ່ບູຮານ “ການຕົບພຣະທາດຊາຍ” ຖືວ່າເປັນປະເພນີທີ່ສຶບທອດມາແຕ່ບູຮານ ເຊິ່ງມີທີ່ມາຈາກ ຫຼັກຖານໃນ “ພຣະໄຕປິດົກ” ທີ່ພັນລະນາເຖິງອະນິສົງທີ່ພຣະໂພທິສັດ ສ້າງພຣະທາດຊາຍເພື່ອຖວາຍເປັນ ພຸດທະບູຊາ, ເຊິ່ງປະເພນີນີ້ກໍຖືວ່າເປັນປະເພນີທີ່ກ່ຽວຂ້ອງກັບ ພຸດທະສາສະໜາໂດຍກົງ ໂດຍຄົນລາວສ່ວນຫຼາຍມັກເຊື່ອມໂຍງປະເພນີນີ້ເຂົ້າກັບຄວາມເຊື່ອເລື່ອງເວນກັມ ໃນພຸດທະສາສະໜາມີການກໍ່ພຣະທາດຊາຍ ເພື່ອຖວາຍແກ່ວັດເພື່ອຖວາຍເປັນພຸດທະບູຊາໃຫ້ເປັນກຸສົນ.

ພາບ: targetlaos.com

ນອກນັ້ນແລ້ວຍັງເປັນການສ້າງຄວາມສາມັກຄີຂອງຄົນໃນບ້ານອີກດ້ວຍ ປະເພນີນີ້ຈະນິຍົມຈັດຂຶ້ນໃນໄລຍະເທສະການປີໃໝ່ ເຊິ່ງໃນບາງບ້ານອາດຈະຈັດຂຶ້ນໃນປະເພນີບຸນ ບຸນຄຸນເຂົ້າ ບຸນຄຸນລານ (ມີການເອົາເຂົ້າມາສ້າງເປັນພຣະທາດແລ້ວຖວາຍວັດ) ອັນນີ້ກໍນັບວ່າເປັນການຕົບພຣະທາດຊາຍເຊັ່ນດຽວກັນ ເພາະບໍ່ໄດ້ສ້າງເປັນວັດຖຸສະຖານຖາວອນໃນວັດ ແຕ່ເປັນພຽງພຣະທາດຊົ່ວຄາວ ເພື່ອຄວາມມຸ່ງຫວັງຖວາຍເປັນພຸດທະບູຊາໃນປະເພນີໜຶ່ງໆເທົ່ານັ້ນ ມີເລື່ອງເລົ່າຈາກຄົນບູຮານວ່າ: ມື້ໜຶ່ງເປັນລະດູຮ້ອນອົບເອົ້າຫຼາຍ ພຣະເຈົ້າປັດເສທິໂກສົນ ໄດ້ຊົງພັກຜ່ອນ ພຣະອິຣິຍາບົດໃຫ້ສະບາຍ ຢູ່ຫາດຊາຍແຄມຝັ່ງແມ່ນໍ້າທີ່ບໍ່ໄກຈາກນະຄອນພໍເທົ່າໃດ ໄດ້ຊົງທອດພຣະເນດເຫັນຊາຍຂາວສະອາດຮາບພຽງດີ ພຣະອົງຈຶ່ງດໍາຣິວ່າ ຄວນເຮັດເປັນຮູບເຈດີຂຶ້ນ ເພື່ອບູຊາ ພຣະຣັດຕະນະໄຕຣ ດີກວ່າທີ່ເຮົາຈະມາຍ່າງຫຼີ້ນໂດຍບໍ່ມີປະໂຫຍດ ເມື່ອພຣະອົງດໍາຣິຈົບລົງ ພຣະອົງກໍຮີບລົງມື ກໍ່ເປັນຮູບເຈດີດ້ວຍພຣະອົງເອງ ພວກບໍຣິວານທັງຫຼາຍທີ່ຕາມສະເດັດກໍລົງມືກໍ່ຕາມໄດ້ດ້ວຍຈົນສໍາເລັດ ເມື່ອເຫັນກໍເປັນທິວທັດອັນງົດງາມ ເກີດມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ກໍໄດ້ແນະນໍາໃຫ້ລູກຫຼານໃນຕະກູນປະຕິບັດສືບຕໍ່ກັນມາ. ປະ​ຫວັດຄວາມເປັນມາຂອງປະເພນີການຕົບພຣະທາດຊາຍ​ຂອງຄົນ​ລາວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Kommentare


© 2023 by NOMAD ON THE ROAD. Proudly created with Wix.com

bottom of page