top of page
Search

ການຄາດຄະເນ ຈໍານວນນັກທ່ອງທ່ຽວປີ 2020 ໃນ ສ​ປ​ປ ລາວ.

  • Writer: Superphil Phil
    Superphil Phil
  • Jul 11, 2020
  • 1 min read

ຜົນກະທົບຈາກໂຄວິດຕໍ່ຂະແໜງທ່ອງທ່ຽວ ໃນ ສ​ປ​ປ ລາວ.

ຖ້າ​ຈະ​ເວົ້າ​ເຖິງ​ຜົນ​ກະ​ທົບ​ຈາກການລະບາດຂອງພະຍາດໂຄວິດ 19, ຂະແໜງການທ່ອງທ່ຽວ​ແມ່ນໄດ້ຮັບຜົນກະທົບຫຼາຍທີ່ສຸດ, ຜູ້ປະກອບການທຸລະກິດການທ່ອງທ່ຽວ ແລະ ເຄືອຄ່າຍສະໜອງການທ່ອງທ່ຽວ ປະມານ 90% ໄດ້ຮັບຜົນກະທົບທາງດ້ານການເງິນ. ຂະນະທີ່ຮອງລັດຖະມົນຕີກະຊວງ ຖວທ ໄດ້ເນັ້ນເຖິງທິດທາງການຟື້ນຟູການທ່ອງທ່ຽວ ຄວນຈະມຸ່ງໄປທີ່ການຫັນວິກິດໃຫ້ເປັນໂອກາດໃນການປັບປຸງຄຸນນະພາບການທ່ອງທ່ຽວໃຫ້ດີຂຶ້ນ.

ພ​າບ: laoedaily.com.la

ຂ່າວ​ຈາກເວັບ​ໄຊ ເສດ​ຖະ​ກິດ​ການ​ຄ້າ​ລາຍ​ງານ​ວ່າ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃຫ້ສຳພາດວ່າ: ອົງການທ່ອງທ່ຽວໂລກໄດ້ຄາດຄະເນວ່າ ໃນປີ 2020 ຈໍານວນນັກທ່ອງທ່ຽວສາກົນ ຈະຫຼຸດລົງປະມານ 20% – 30% ແລະ ລາຍຮັບຈາກການທ່ອງທ່ຽວອາດຈະຫຼຸດລົງເຖິງ 300 – 450 ຕື້ໂດລາສະຫະລັດ ເທົ່າກັບ 1/3 ຂອງ1.500 ຕື້ໂດລາສາຫະລັດ ຂອງການສົ່ງອອກການທ່ອງທ່ຽວ. ມາເຖິງວັນທີ 20 ເມສາ 2020, ປະເທດຕ່າງໆໃນທົ່ວໂລກ ໄດ້ອອກມາດຕະການຈໍາກັດການເດີນທາງ 100%ສະເພາະ 3 ເດືອນຕົ້ນປີ 2020 ສາຍການບິນຕ່າງໆຈາກທົ່ວໂລກ ໄດ້ຍົກເລີກ ຫຼື ຫຼຸດຖ້ຽວບິນລົງ -55,3%; ຍົກເລີກການຈອງໂຮງແຮມ -75%; ຈໍານວນນັກທ່ອງທ່ຽວສາກົນຫຼຸດລົງ 67 ລ້ານຄົນ ທຽບໃສ່ໄລຍະດຽວກັນຂອງປີ 2019 ຫຼຸດລົງ 22%; ສູນເສຍລາຍຮັບຈາກການທ່ອງທ່ຽວ ຈໍານວນ 80 ຕື້ໂດລາສະຫະລັດ. ການລະງັບການເດີນທາງເຂົ້າ – ອອກຂອງນັກທ່ອງທ່ຽວ ເລີ່ມແຕ່ເດືອນກຸມພາ ປີ 2020 ເປັນຕົ້ນມາ, ມາດຕະການປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ການປິດບໍລິການສະຖານທີ່ທ່ອງທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ ແລະ ອື່ນໆ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ເຄືອຄ່າຍບໍລິການການທ່ອງທ່ຽວທັງໝົດ, ຫົວໜ່ວຍທຸລະກິດການທ່ອງທ່ຽວເກືອບທັງໝົດໄດ້ຢຸດຕິການບໍລິການ, ໃນນີ້ມີໂຮງແຮມ ຈໍານວນ 637 ແຫ່ງ; ຣີສອດ ແລະ ເຮືອນພັກ ຈໍານວນ 2.283 ແຫ່ງ, ບໍລິສັດທ່ອງທ່ຽວ ຈໍານວນ 539, ຕົວແທນບໍລິສັດທ່ອງທ່ຽວ ຈໍານວນ 36 ແຫ່ງ, ສະຖານທີ່ທ່ອງທ່ຽວທີ່ເປີດບໍລິການ ຈໍານວນ 809 ແຫ່ງ, ພະນັກງານນໍາທ່ຽວ ຈໍານວນ 2.000 ກວ່າຄົນ ແລະ ເຄືອຄ່າຍສະໜອງການທ່ອງທ່ຽວອື່ນໆ. ຜົນກະທົບຈາກໂຄວິດຕໍ່ຂະແໜງທ່ອງທ່ຽວ ໃນ ສ​ປ​ປ ລາວ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page