top of page
Search

ການຂະຫຍາຍຕົວຂອງເສດຖະກິດຍັງມີປັດໄຈສ່ຽງຈາກຜົນກະທົບໂຄວິດ – 19.

  • Writer: Superphil Phil
    Superphil Phil
  • Aug 8, 2020
  • 1 min read

ການຂະຫຍາຍຕົວຂອງເສດຖະກິດຍັງມີປັດໄຈສ່ຽງຈາກຜົນກະທົບໂຄວິດ – 19.

ຈາກການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ເສດຖະກິດໂລກ ພາກພື້ນອາຊີ ແລະ ປະເທດລາວເອງຫຼາຍກວ່າທີ່ຄາດການໄວ້ ເຊິ່ງທະນາຄານພັດທະນາອາຊີໄດ້ປັບຫຼຸດອັດຕາການເຕີບໂຕເສດຖະກິດຂອງບັນດາປະເທດໃນພາກພື້ນອາຊີ ໃນປີ 2020 ລົງມາເປັນ 0,1%.  ການຟື້ນຕົວທາງດ້ານເສດຖະກິດຂອງຫຼາຍປະເທດ ຈະເຮັດໃຫ້ເກີດມີຄວາມຕ້ອງການສິນຄ້າປະເພດອຸດສາຫະກໍາ ແລະ ໂລຫະໃນຕະຫຼາດໂລກເພີ່ມສູງຂຶ້ນ ສົ່ງຜົນໃຫ້ລາຄາສິນຄ້າເຫຼົ່ານີ້ເລີ່ມມີທ່າອ່ຽງເພີ່ມຂຶ້ນ. ສ່ວນລາຄາສິນຄ້າປະເພດກະສິກໍາໂດຍລວມເຫັນວ່າມີທ່າອ່ຽງເພີ່ມຂຶ້ນເຊັ່ນກັນ ເຊິ່ງເປັນຜົນດີຕໍ່ການສົ່ງອອກສິນຄ້າປະເພດກະສິກໍາຂອງລາວ. ແຕ່ການແຂງຄ່າຂອງເງິນບາດໄທ ອາດເປັນເງື່ອນໄຂໜຶ່ງເພີ່ມ ຄວາມກົດດັນຕໍ່ຄ່າເງິນກີບ ຈະສົ່ງຜົນເຮັດໃຫ້ລາຄາສິນຄ້ານໍາເຂົ້າຈາກໄທ ເພີ່ມສູງຂຶ້ນກະທົບຕໍ່ອັດຕາເງິນເຟີ້ຂອງລາວ.


https://doodido.com/
ພາບ: laoedaily.com.la

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ອອກບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ 6 ເດືອນຕົ້ນປີ 2020 ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19 ປະຈຳເດືອນກໍລະກົດ 2020 ໂດຍລະບຸວ່າ: ການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ເສດຖະກິດໂລກ ກໍຄືພາກພື້ນຫຼາຍກວ່າທີ່ຄາດການໄວ້.

ອີງຕາມການຄາດຄະເນຂອງກອງທຶນການເງິນລະຫວ່າງປະເທດ ( IMF ), ເສດຖະກິດໂລກໃນປີ 2020 ຄາດວ່າຈະຖົດຖອຍເປັນ -4,9% ໂດຍປັບຫຼຸດລົງຕື່ມອີກ 1,9% ຈາກທີ່ຄາດຄະເນໄວ້ໃນເດືອນເມສາ 2020 ທີ່ -3%. ສ່ວນທະນາຄານພັດທະນາອາຊີ ( ADB ) ກໍໄດ້ປັບຫຼຸດອັດຕາການເຕີບໂຕເສດຖະກິດຂອງບັນດາປະເທດໃນພາກພື້ນອາຊີໃນປີ 2020 ລົງມາເປັນ 0,1% ໂດຍປັບລົງຈາກອັດຕາທີ່ຄາດຄະເນໃນເດືອນເມສາ ທີ່ 2,2% ເຊິ່ງເປັນອັດຕາການເຕີບໂຕທີ່ຕໍ່າທີ່ສຸດ ນັບແຕ່ປີ 1961 ເປັນຕົ້ນມາ. ໂຄວິດມີຜົນກະທົບຕໍ່ການຂາຍຫຍາຍຕົວຂອງເສດຖະກິດ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page