top of page
Search

​ການ​ແຂ່ງກິລາການທະຫານສາກົນ 2020 ນັກ​ຮົບລາວ ສາ​ມາດ​ຄວ້າ​ໄດ້​ທີ​ສອງ.

  • Writer: Superphil Phil
    Superphil Phil
  • Sep 5, 2020
  • 1 min read

ການ​ແຂ່ງກິລາການທະຫານສາກົນ 2020 ນັກ​ຮົບລາວ ສາ​ມາດ​ຄວ້າ​ໄດ້​ທີ​ສອງ. ນັບ​ວ່າ​ເປັນ​ເລື່ອງ​ທີ່​ໜ້າ​ຍິນ​ດີ​ກັບ​ນັກ​ຮົບ ສປປ ລາວ ທີ່ຄວ້າອັນດັບ 2 ກິລາການທະຫານສາກົນ 2020 ຄັ້ງທີ 6 ຫລື INTERNATIONAL ARMY GAMES ທີ່ສະຫະພັນຣັດເຊຍ ໂດຍມີ 30 ກວ່າປະເທດເຂົ້າຮ່ວມໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້ຢ່າງຄືກຄື້ນທີ່ນະຄອນ ຫຼວງມົສກູ, ແລະ ຜົນ​ການ​ແຂ່ງ​ຂັນ​ປະ​ກົດ​ວ່າອັນດັບທີ 1 ເປັນຂອງເຈົ້າພາບ ຣັດເຊຍ ແລະ ທີ 3 ເປັນ​ຂອງ ເບລາຣຸສ. ໃນ​ການແຂ່ງຂັນຄັ້ງນີ້ ຈັດຂຶ້ນລະຫວ່າງວັນທີ 23 ສິງຫາ – 5 ກັນຍາ 2020, ເນືອງ​ຈາກ ສປປ ລາວ ປີນີ້ ອີງໃສ່ຄວາມຫຍຸ້ງຍາກຈາກສະພາບ ໂຄວິດ-19 ສະນັ້ນ ໄດ້ສົ່ງນັກກິລາເຂົ້າຮ່ວມ 7 ປະເພດ ລວມຈຳນວນພົນທັງຫມົດ 84 ສະຫາຍ. ຮັບຜິດຊອບລວມໂດຍ ພັນເອກ ບຸນປອນ ລົມພະຈັນ ຫົວຫນ້າການທະຫານ ກອງພັນໃຫຍ່ ລົດຕັງ-ຍານເກາະ 661 ໃນນັ້ນ ລົດຕັງ ຈຳນວນ 21 ສະຫາຍ ແລະ ເຕັກນິກຊ່າງແສງ ຈຳນວນ 21 ສະຫາຍ ແມ່ນເອົານັກກິລາມາແຕ່ ສປປລາວ ແລະ ອີກ 5 ປະເພດ.

ພາບ: ເຫຼັກທີ່ຊຸບແລ້ວ ຄືແນວນີ້ແລະ

ສ່ວນ​ນັກ​ຮົບຈຳນວນພົນ 42 ສະຫາຍ ແມ່ນຕົກລົງເອົານັກຮຽນທີ່ກຳລັງສຶກສາວິຊາສະເພາະການທະຫານຢູ່ ຣັດເຊຍ ເປັນຕົວແທນເຂົ້າຮ່ວມ.ລາຍລະອຽດແຕ່ລະທີມມີຄື: ທີມເຫລົ່າຮົບ ລົດຕັງ-ຍານເກາະ 21 ສະຫາຍ ນຳໂດຍ ພັອ ບຸນປອນ ລົມພະຈັນ ຫົວຫນ້າການທະຫານກອງພັນໃຫຍ່ ລົດຕັງ-ຍານເກາະ 661 ເປັນຫົວຫນ້າ ທັງຊີ້ນຳລວມ; ທີມ ເຕັກນິກຊ່າງແສງ ເຫລົ່າຮົບຊ່າງແສງ 21 ສະຫາຍ ນຳໂດຍ ພັນເອກ ບຸນສົດ ອິນສິນາ ຮອງຫົວຫນ້າກົມ ຊ່າງແສງ ກົມໃຫຍ່ເສນາທິການ ເປັນຫົວຫນ້າທີມ. ນັກ​ຮົບລາວ ຕິດອັນດັບ 2 ໃນ​ການ​ແຂ່ງກິລາການທະຫານສາກົນ 2020.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page