top of page
Search

ການ​ລົງ​ນາ​ມອບ​ທືນ​ຂອງ PISCCA ​ໃຫ້ 5 ໂຄງການໃນ ສ​ປ​ປ ລາວ.

  • Writer: Superphil Phil
    Superphil Phil
  • Oct 31, 2020
  • 1 min read

ການ​ລົງ​ນາ​ມອບ​ທືນ​ຂອງ PISCCA ​ໃຫ້ 5 ໂຄງການໃນ ສ​ປ​ປ ລາວ.

ຕາມ​ແຫລ່ງ​ຂ່າວ​ເສດ​ຖະ​ກິດ​ການ​ຄ້າ​ໃຫ້​ຮູ້​ວ່າ ວັນທີ 22 ຕຸລາ 2020 ທີ່ເຮືອນພັກທູດຝຣັ່ງ ໂດຍມີ ທ່ານ ນາງ ຟລໍຣັອງສ ຊັອງບລັອງ – ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ຜູ້ຕາງໜ້າ 5 ອົງການຈັດຕັ້ງທາງສັງຄົມຂອງລາວ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນໄດ້ເຂົ້າຮ່ວມ.

https://doodido.com/
ພາບ: laoedaily.com

ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ກ່າວວ່າ: ໄລຍະປີ 2020 – 2021, ມີ 5 ໂຄງການຖືກຄັດເລືອກໃຫ້ຮັບເງິນຊ່ວຍເຫຼືອພາຍໃຕ້ແຜນງານກອງທຶນ PISCCA; ທຸກໂຄງການແມ່ນປະກອບສ່ວນໃນເປົ້າໝາຍການພັດທະນາຂອງ ສປປ ລາວ ໂດຍສະເພາະການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ມີຄວາມສ່ຽງ ຫຼື ດ້ອຍໂອກາດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ ເຊິ່ງເປັນບຸລິມະສິດຂອງ ສປປ ລາວ ແລະ ປະເທດຝຣັ່ງ. ໃນພິທີດັ່ງກ່າວກໍມີຕາງໜ້າຈາກ 5 ອົງການຈັດຕັ້ງທາງສັງຄົມຂອງລາວທີ່ຖືກຄັດເລືອກໄດ້ເຂົ້າຮ່ວມເຊັນສັນຍາ, ໃນນີ້ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ( ສພປຄ ຫຼື BNDA ) ໂດຍ ທ່ານ ນາງ ໄມປົວ ແພງຄຳຮັກ ປະທານສະມາຄົມໃນນາມຜູ້ຕາງໜ້າສະມາຄົມ ສພປຄ ແລະ ທ່ານ ເຮີລີ ຕຸລີຢົງຢົວ ຜູ້ປະສານງານໂຄງການ ໄດ້ເຂົ້າຮ່ວມພິທີລົງນາມສັນຍາ. ສະມາຄົມດັ່ງກ່າວໄດ້ຮັບ ເງິນຊ່ວຍເຫຼືອຈາກກອງທຶນ PISCCA ຈໍານວນ 41.000 ເອີໂຣ ( 442.286.947 ກີບ ) ເພື່ອຈັດຕັ້ງປະຕິບັດໂຄງການທີ່ແນໃສ່ເສີມສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ຊາວໜຸ່ມ ດ້ວຍການເພີ່ມລາຍຮັບຈາກການຜະລິດຫັດຖະກໍາ ແລະ ການຄຸ້ມຄອງປ່າໄມ້ປ່ອງທໍາມະຊາດແບບຍືນຍົງ.

PISCCA ມອບທຶນໃຫ້ 5 ໂຄງການ ​ລວມມູນຄ່າ​ເກືອບ​2ຕື້ກີບ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page