top of page
Search

ກະຊວງສຶກສາ ແລະ ກິລາ ໄດ້ຈັດສົ່ງປຶ້ມແບບຮຽນສະບັບປັບປຸງໃໝ່ສຳລັບນັກຮຽນຊັ້ນປະຖົມປີທີ 2

  • Writer: Superphil Phil
    Superphil Phil
  • Jun 10, 2020
  • 1 min read

ກະຊວງ ສສກ ປັງປຸງ ແລະ ຈັດສົ່ງປຶ້ມແບບຮຽນສະບັບໃໝ່ສຳລັບຊັ້ນປະຖົມປີທີ 2. ກະຊວງສຶກສາ ແລະ ກິລາ (ສສກ) ໄດ້ຈັດສົ່ງປຶ້ມແບບຮຽນສະບັບປັບປຸງໃໝ່ສຳລັບນັກຮຽນຊັ້ນປະຖົມປີທີ 2 ຈຳນວນ 756,000 ຫົວ, ອຸປະກອນສື່ການຮຽນ-ການສອນຂອງຄູ ຈຳນວນ 9,365 ແກັດ ແລະ ປ້າຍໂຄສະນາການປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ຫ້ອງການສຶກສາ ແລະ ກິລາ ໃນ 148 ເມືອງທົ່ວປະເທດ ເພື່ອເປັນການກະກຽມສົກຮຽນໃໝ່ນີ້. ອົງການປົກຄອງຂອງແຕ່ລະເມືອງກຳລັງປະສານງານເຖິງໂຮງຮຽນປະຖົມເພື່ອສົ່ງມອບປຶ້ມແບບຮຽນ ແລະ ອຸປະກອນສຳລັບຄູ ຊັ້ນປີທີ 2 ສະບັບປັບປຸງໃໝ່ດັ່ງກ່າວ ໃຫ້ແກ່ໂຮງຮຽນກ່ອນການເປີດສົກຮຽນໃໝ່, ອີງຕາມຂໍ້ມູນຈາກໂຄງການແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບ ການສຶກສາຂັ້ນພື້ນຖານຢູ່ ສປປ ລາວ (BEQUAL) ເວົ້າວ່າ ການຂົນສົ່ງອຸປະກອນດັ່ງກ່າວໄປ 148 ເມືອງສຳເລັດອາທິດແລ້ວນີ້ ໃຊ້ເວລາພຽງ 12 ວັນ.

ພາບ: BEQUAL

ປຶ້ມແບບຮຽນສະບັບປັບປຸງໃໝ່ມີວິຊາພາສາລາວ, ວິຊາຄຸນສົມບັດ, ວິຊາວິທະຍາສາດ ແລະ ວິຊາສິ່ງແວດລ້ອມ,ອຸປະກອນສື່ສານການຮຽນການສອນສຳລັບຄູມີປຶ້ມບົດເລື່ອງ, ປຶ້ມອ່ານເສີມ ແລະ ຮູບພາບປະກອບການສອນຕ່າງໆ. ປ້າຍໂຄສະນາການປ້ອງກັນການຕິດເຊື້ອພະຍາດໂຄວິດລວມມີ “ການປ້ອງກັນໂຕເອງຈາກພະຍາດໂຄວິດ-19”, “ການປ້ອງກັນຄອບຄົວຈາກພະຍາດໂຄວິດ19”, ແລະ “ການລ້າງມື 7 ຂັ້ນຕອນ”, ເຊິ່ງໄດ້ຮັບການສະ ໜັບສະໜູນໂດຍອົງການ UNICEF. ລັດຖະບານອົດສະຕຣາລີ ແລະ ສະຫະພາບເອີລົບ ໄດ້ສະໜັບສະໜູນກະຊວງສຶກສາ ແລະ ກິລາ ໃນ ທຸກຂັ້ນຕອນຂອງການປັບປຸງຫຼັກສູດຊັ້ນປະຖົມຄືນໃໝ່ ລວມທັງການຂົນສົ່ງຄັ້ງນີ້ນຳ. ຫຼັກສູດສະບັບປັບປຸງໃໝ່ຈະຊ່ວຍສົ່ງເສີມວິທີການສອນແບບໃໝ່ ໂດຍສຸມໃສ່ການຮຽນທີ່ເນັ້ນ ການປະຕິບັດຕົວຈິງ. ນັກຮຽນຈະໄດ້ຮຽນໂດຍຜ່ານການສຳຜັດຕົວຈິງກັບສື່ຕ່າງໆ ແລະ ນຳຄວາມຮູ້ໃໝ່ມານຳໃຊ້. ກະຊວງສືກສາ ປັງປຸງປຶ້ມແບບຮຽນສະບັບໃໝ່ສຳລັບຊັ້ນປະຖົມປີທີ 2 ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page