top of page
Search

ກະຊວງ ກປ ໄດ້ອອກຄຳສັ່ງໃນການປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດປ່າ.

  • Writer: Superphil Phil
    Superphil Phil
  • Jul 12, 2020
  • 1 min read

8 ຂໍ້ ຄຸ້ມຄອງສັດນ້ຳ – ສັດປ່າ! ຮຽກຮ້ອງທົ່ວສັງຄົມເປັນເຈົ້າການ.

ເນືອງ​ຈາກ​ສັດ​ປ່າ​ໃນ​ປະ​ເທດ​ເຮົາ​ເລີມ​ລົດ​ນ້ອຍ​ຖອຍ​ລົງ​ເລ​ື້ອຍໆ​ອັນ​ມາ​ຈາກ​ການ​ຈູດ​ປ່າ ລ່າ​ສັດ​ ແລະ ຫລາຍໆ​ຢ່າງ, ເພື່ອໃຫ້ການຄຸ້ມຄອງສັດນ້ຳ, ສັດປ່າ ໃຫ້ມີຄວາມຍືນຍົງ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໄດ້ອອກ 8 ຂໍ້ຫ້າມອະນຸຮັກສັດນ້ຳ ແລະ ສັດປ່າ ເພື່ອນຳໄປຈັດຕັ້ງປະຕິບັດ ຫາກລະເມີດປະຕິບັດໂທດຕາມກົດໝາຍ.

ພ​າບ: laoedaily.com.la

ກະຊວງ ກປ ໄດ້ອອກຄຳສັ່ງ ເລກທີ 0682/ກປ,ນວ ວັນທີ 10 ມິຖຸນາ 2020 ກ່ຽວກັບການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດປ່າ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ເຖິງທ່ານຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງ ກປ, ພະແນກ ກປ ແຂວງ ແລະ ນະຄອນຫຼວງວຽງຈັນ ( ນວ ) ວ່າ: ຊຸມປີຜ່ານມາ ການຈັດຕັ້ງແຕ່ລະຂັ້ນໄດ້ເປັນເຈົ້າການຈັດກິດຈະກຳປ່ອຍປາລົງໃສ່ອ່າງເກັບນ້ຳ, ໜອງ ແລະ ສາຍນ້ຳທຳມະຊາດ ພ້ອມທັງມີການແຕ່ງຕັ້ງຄະນະກຳມະການຄຸ້ມຄອງການປະມົງປະຈຳພື້ນທີ່, ກຳນົດເຂດວັງສະຫງວນໄປຄວບຄູ່ກັບການອອກລະບຽບການຄຸ້ມຄອງ, ວາງມາດຕະການຫ້າມລ່າສັດປ່າ, ຫາປາໃນລະດູວາງໄຂ່ ຫຼື ການຂະຫຍາຍພັນຂອງສັດນ້ຳ ແລະ ສັດປ່າ ຕິດພັນກັບການສະກັດກັ້ນການຄ້າຂາຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ແລະ ອື່ນໆ ອັນໄດ້ປະກອບສ່ວນເຂົ້າໃນການອະນຸຮັກ, ປົກປັກຮັກສາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ ຕາມທິດຍືນຍົງ. ແຕ່ຄຽງຄູ່ກັນນັ້ນ, ກໍຍັງມີປາກົດການຫຍໍ້ທໍ້ເກີດຂຶ້ນຢ່າງແຜ່ຫຼາຍ ເຊັ່ນ: ການນໍາໃຊ້ອາວຸດ ແລະ ເຄື່ອງມືແບບດັບສູນເຂົ້າໃນການລ່າເນື້ອ, ຫາປາ, ຄ້າຂາຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ( ບັນຊີ I ) ແລະ ປະເພດຄຸ້ມຄອງ ( ບັນຊີ II ). 8 ຂໍ້ ຄຸ້ມຄອງສັດນ້ຳ – ສັດປ່າ! ຮຽກຮ້ອງທົ່ວສັງຄົມເປັນເຈົ້າການ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page