ກອງລໍບ້ານພັດທະນາການທ່ອງທ່ຽວ
- Superphil Phil
- Apr 8, 2020
- 1 min read
ບ້ານກອງລໍເປັນບ້ານຕົວແບບໃນພັດທະນາການທ່ອງທ່ຽວແບບໃຫ້ປະຊາຊົນມີສ່ວນຮ່ວມ.
ບ້ານກອງລໍ, ເມືອງຄູນຄຳ ແຂວງຄຳມ່ວນ, ຢູ່ຫ່າງໄກ ຈາກເທສະບານເມືອງ ປະ ມານ 46 ກິໂລແມັດເປັນບ້ານ ທີ່ຖືເອົາວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນ ຮ່ວມເປັນທ່າແຮງໃນການ ພັດທະນາຊຸມຊົນ ໂດຍມີສະຖານທີ່ທ່ອງທ່ຽວ ທຳມະຊາດ ຖໍ້າກອງລໍ-ນາຕານ.

ດັ່ງທີ່ເຄີຍສະເໝີໄປແລ້ວ, ຖໍ້າກອງ ລໍມີລັກສະນະອຸໂມງຂະໜາດ ໃຫຍ່ທີ່ເກີດຈາກສາຍນໍ້າຫີນບູນໄຫລຜ່ານໜ່ວຍພູ ຈາກບ້ານກອງລໍຊອດໃສ່ ບ້ານນາຕານ ເມືອງນາກາຍ, ພາຍໃນຖໍ້າມີຈຸດໂດດເດັ່ນຫລາຍຢ່າງເຊັ່ນ: ມີແກ້ງ, ຫີນຍ້ອຍ, ຫີນງອກ ແລະ ຫາດ ຊາຍຍາວຢຽດຫຼາຍກວ່າ 20 ຈຸດສາມາດຂຶ້ນໄປຍ່າງເລາະຫລິ້ນ ແລະ ສຳຜັດໄດ້.

ລະດູທີ່ ເໝາະແກ່ການທ່ອງ ທ່ຽວແມ່ນລະດູແລ້ງເພາະນໍ້າພາຍ ໃນຖໍ້າຈະສົດໃສດີ ແລະ ຫລຸດລົງພໍດີແກ່ການ ທ່ຽວຊົມ ແລະ ສຳຜັດກັບ ອາກາດອັນເຢັນສະບາຍພາຍໃນຖໍ້າ, ພາບທິວທັດພາຍໃນ ຖໍ້າ, ແມ່ນໍ້າທີ່ໃສ່ເຢັນແນມ ເຫັນປາລ່ອງລອຍເປັນພຶງ ເຊິ່ງປັດຈຸບັນຖືກພັດທະນາ ໃຫ້ກາຍເປັນແຫລ່ງທ່ອງ ທ່ຽວແບບປະຊາຊົນມີສ່ວນ ຮ່ວມດ້ວຍຄວາມປະທັບໃຈ ເຊິ່ງແຫລ່ງທ່ອງທ່ອງທ່ຽວ ດັ່ງກ່າວໄດ້ ຮັບໂລ້ລາງວັນ ການທ່ອງທ່ຽວແບບປະຊາ ຊົນມີສ່ວນຮ່ວມດີເດັ່ນໃນປີ ທ່ອງທ່ຽວລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments