top of page
Search

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ປິດລົງຢ່າງຈົບງາມ.

  • Writer: Superphil Phil
    Superphil Phil
  • Jul 2, 2020
  • 1 min read

ກອງປະຊຸມສະພາແຫ່ງຊາດປິດລົງຢ່າງຈົບງາມ ພ້ອມ 4 ມະຕິສຳຄັນຂອງຊາດ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໄດ້​ດຳ​ເນີນ​ມາເປັນເວລາ ກວ່າ 6 ວັນ (ນັບແຕ່ວັນທີ 24 ມິຖຸນາ ຫາ 2 ກໍລະກົດ) ​ແລະ ໃນ​ທີ່​ສຸດກໍ່ໄດ້ປິດລົງ​ດ້ວຍ​ຜົນ​ສຳ​ເລັດຈົບງາມ ທີ່ຫໍສະພາແຫ່ງຊາດຫຼັກ 6 ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ຍັງມີບັນດາທ່ານການນໍາອາດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາທ່ານພະນັກງານປະຕິວັດອາວຸໂສ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ທ່ານຜູ້ຕາງໜ້າຈາກພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມມີບາງຕອນວ່າ ກອງປະຊຸມຄັ້ງນີ້ໄດ້ພິຈາລະນາຄົ້ນ​ຄວ້າ ແລະ ຮັບຮອງ ເອົາ 4 ມະຕິສຳ​ຄັນ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ມີ​ດັ່ງນີ້​.

ພ​າບ: laoedaily.com.la1.

ມະຕິວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ 2020 ແລະ ແຜນດັດແກ້ບັນດາຄາດໝາຍເສດຖະກິດມະຫາພາກ, ການຄ້າ, ການລົງທຶນ, ງົບປະມານ ແລະ ເງິນຕາ ໃນ 6 ເດືອນທ້າຍປີ 2020. ກອງປະຊຸມສະແດງຄວາມຊົມເຊີຍມາຍັງລັດຖະບານ ທີ່ໄດ້ເອົາໃຈໃສ່ຊີ້ນໍາ ແລະ ຈັດຕັ້ງຜັນຂະຫຍາຍ ບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ 19 ຢູ່ພາຍໃນປະເທດໄດ້ຢ່າງທັນການ ແລະ ມີປະສິດທິຜົນ. ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ່ 9 ສິ້ນ​ສຸດ​ລົງຢ່າງ​ຈົບ​ງາມ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page