top of page
Search

ກອງປະຊຸມສູນກາງພັກ ຄັ້ງທີ 10 ສະໄໝທີ X ໄດ້ຮັບຜົນສຳເລັດ​ແລ້ວ.

  • Writer: Superphil Phil
    Superphil Phil
  • Jun 16, 2020
  • 1 min read

ກອງປະຊຸມສູນກາງພັກ ຄັ້ງທີ 10 ສະໄໝທີ X ໄດ້ຮັບຜົນສຳເລັດ​ແລ້ວ. ດັ່ງ​ທີ່​ເຮົາ​ຮູ້​ກັນ​ດີ​ແລ້ວ​ວ່າ​ໃນ​ໄລ​ຍະ​ນີ້​ທາງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ໄດ້​ຈັດ​ກອງ​ປະ​ຊຸມ​, ເຊິງ​ແມ່ນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X ທີ່​ໄດ້ດຳເນີນ​ມາ​ຕັ້ງແຕ່ວັນທີ 08 ມິຖຸນາ 2020 ຫາ 12 ມິຖຸນາ ​ປີ 2020 ນີ້ກໍ່​ໄດ້​ສິ້ນ​ສຸດ​ລົງ ແລະ ພ້ອມ​ທັງ​ໄດ້ຮັບສຳເລັດຜົນຢ່າງຈົບງາມ. ​ຕາມ​ການ​ລາຍ​ງານ​ຂອງ​ເວບ​ໄຊ medialaos.com ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ ກອງປະຊຸມສູນກາງຄັ້ງນີ້, ໄດ້ລົງເລິກປຶກສາຫາລື ແລະ ປະກອບຄຳເຫັນຕໍ່ເອກະສານສຳຄັນຕ່າງໆ ຂອງສ​ປ​ປ ລາວ ແລະ ບັນດາເນື້ອໃນທີ່ເປັນບັນຫາຍຸດທະສາດຂອງພັກ ແລະ ຂອງຊາດລາວ​ເຮົາ ​ເພື່ອທີ່ຈະນຳເຂົ້າຮັບຮອງຢູ່ກອງປະຊຸມໃຫຍ່ ຄັ້ງທີ່ XI ຂອງພັກ ໃນ​ຄັ້ງຕໍ່ໜ້າ​ເຊິງ​ມີ​ລາຍ​ລະ​ອຽດ​​ຕ່າງໆ ລວມ 11 ຂໍ້ດັ່ງນີ້:


ພາບ: medialaos.com
  1. ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ 07, 08, 09 ຂອງຄະນະບໍລິຫານສູນກາງພັກສະໄໝທີ X, ຕິດພັນກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ງົບປະມານ, ເງິນຕາປະຈຳໄຕມາດທີ I ປີ

  2. ກອງປະຊຸມໄດ້ສຸມໃສ່ຕີລາຄາຄືນຜົນສຳເລັດ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ 07, 08, 09 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃນຊຸມປີຜ່ານມາ.

  3. ພ້ອມດຽວກັນ, ກອງປະຊຸມໄດ້ເປັນເອກະພາບຕໍ່ບັນດາມາດຕະການກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ-ສັງຄົມ ໂດຍສະເພາະຄວາມພະຍາຍາມປັບປຸງສະພາບແວດລ້ອມຂອງການລົງທຶນ ກໍ່ຄືການເຄື່ອນໄຫວທຸລະກິດ ແລະ ການບໍລິການ.

  4. ການແບ່ງຂັ້ນຄຸ້ມຄອງ ການແບ່ງສິດຄວາມຮັບຜິດຊອບ ແລະ ການປະສານງານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ການແກ້ໄຂໜີ້ສິນ, ການປັບປຸງໂຄງສ້າງຂອງລັດວິສາຫະກິດຈຳນວນໜຶ່ງ ລວມທັງການແກ້ໄຂການຮົ່ວໄຫຼຂອງງົບປະມານ, ການປະຕິບັດລາຍຈ່າຍບໍລິຫານ ກໍ່ຄື ການລົງທຶນຂອງລັດຢ່າງມີຈຸດສຸມ ແນ່ໃສ່ສ້າງການຫັນປ່ຽນທີ່ແທ້ຈິງໃນຊຸມປີຕໍ່ໜ້ານີ້.

ສຳ​ເລັດກອງປະຊຸມສູນກາງພັກ ຄັ້ງທີ 10 ສະໄໝທີ X ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page