top of page
Search

ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍາປີ 2020

  • Writer: Superphil Phil
    Superphil Phil
  • Aug 1, 2020
  • 1 min read

ຮອງນາຍົກລັດຖະມົນຕີ ຊີ້ນໍາພັດທະນາຕະຫຼາດທຶນໃຫ້ເຂັ້ມແຂງ. ຕາມສຳນັກຂ່າວ ຂປລ ໃຫ້ຮູ້ວ່າ ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍາປີ 2020 ໄດ້ສຳເລັດລົງໃນວັນທີ 31 ກໍລະກົດ 2020 ທີ່ສຳນັກງານ ຄຄຊ (ສ.ຄຄຊ) ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ ແລະ ພາກສ່ວນກ່ຽວຂ້ອງ. ກອງປະຊຸມ ຄຄຊ ຄັ້ງທີ II ປະຈໍາປີ 2020 ໄດ້ປຶກສາຫາລືບາງໜ້າວຽກທີ່ສຳຄັນ ໂດຍທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ ໄດ້ລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງທີ I ປີ 2020; ລາຍງານ ຄວາມຄືບໜ້າການກະກຽມຄວາມພ້ອມການເຂົ້າເປັນສະມາຊິກສົມບູນຂອງອົງການຄຸ້ມຄອງຫຼັກຊັບສາກົນ (IOSCO); ນອກນີ້ ຍັງມີພາກສ່ວນກ່ຽວໄດ້ນຳສະເໜີນິຕິກຳຈຳນວນ 3 ສະບັບ.

ພາບ: targetlaos.com

ໃນນີ້ມີຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການຄຸ້ມຄອງຫຼັກຊັບ (ສະບັບປັບປຸງ); ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຜູ້ລົງທຶນພາຍໃນທີ່ໄປລົງທຶນໃນຫຼັກຊັບຢູ່ຕ່າງປະເທດ (ສ້າງໃໝ່) ແລະ ຮ່າງຂໍ້ຕົກລົງວ່າດ້ວຍການອອກຈຳໜ່າຍຮຸ້ນ (ສະບັບປັບປຸງ); ຂະນະດຽວກັນ, ຍັງມີການລາຍງານການຈັດຕັ້ງປະຕິບັດວຽກງານຂອງ ສ.ຄຄຊ ປະຈຳ 6 ເດືອນຕົ້ນປີ 2020 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020; ລາຍງານການຈັດຕັ້ງປະຕິບັດວຽກງານຂອງ ຕລຊລ ປະຈຳ 6 ເດືອນຕົ້ນປີ 2020 ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2020. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຄະນະກໍາ ມະການຄຸ້ມຄອງຫຼັກຊັບທີ່ໄດ້ປະກອບສ່ວນເຂົ້າໃນການດໍາເນີນວຽກງານດ້ວຍຜົນສໍາເລັດຢ່າງຈົບງາມ; ພ້ອມກັນພັດທະນາຕະຫຼາດທຶນ ກ້າວສູ່ຄວາມເຂັ້ມແຂງ ແລະ ຂໍມອບໃຫ້ທ່ານຜູ້ວ່າການ, ຮອງປະທານ ຄຄຊ-ຜູ້ປະຈຳການ ແລະ ສ.ຄຄຊ ຈົ່ງຮີບຮ້ອນປະສານສົມທົບກັບຂະແໜງການກ່ຽວຂ້ອງຕ່າງໆ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ເປັນໜ້າວຽກລະອຽດ ດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດ ຊອບສູງ; ພ້ອມນັ້ນ, ກໍ່ຕ້ອງມີການຕິດຕາມກວດກາ ແລະ ສະຫຼຸບຖອດຖອນບົດຮຽນແຕ່ລະໄລຍະຢ່າງເໝາະສົມ; ຈາກນັ້ນ, ໃຫ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດດັ່ງກ່າວ ເພື່ອລາຍງານຕໍ່ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ ຄັ້ງຕໍ່ໄປ. ຮອງນາຍົກລັດຖະມົນຕີ ຊີ້ນໍາພັດທະນາຕະຫຼາດທຶນໃຫ້ເຂັ້ມແຂງ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page