top of page
Search

ກອງທຶນຫຼຸດຜ່ອນຄວາມທຸກຍາກສົ່ງເສີມໂພຊະນາການ ຢູ່ 4 ແຂວງ ພາກເໜືອ.

  • Writer: Superphil Phil
    Superphil Phil
  • Sep 12, 2020
  • 1 min read

ກອງທຶນຫຼຸດຜ່ອນຄວາມທຸກຍາກສົ່ງເສີມໂພຊະນາການ ຢູ່ 4 ແຂວງ ພາກເໜືອ. ເນືອງ​ຈາກ​ຫລາຍໆ​ເຂດ​ໃນ​ປະ​ເທດ​ລາວ​ຍັງ​ມີ​ຄວາມ​ຂາດ​ເຂີນ​ຫລາຍ​ດ້ານ​ໂດຍ​ສະ​ເພາະ​ແມ່ນ​ເຂດນອກ​ຕົວ​ເມ​ືອງ​ຂອງ​ບັນ​ດາ​ແຂວງ​ຕ່າງໆ ແລະ ຍັງ​ຂາດ​ຄວາມ​ເຂົ້າ​ໃຈ​ຮັບ​ຮູ້​ໃນ​ເລື່ອງ​ໂພ​ຊະ​ນາ​ການ ເນື່ອງ​ຈາກ​ຄວາມ​ຂາດ​ເຂີນ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ເຂດ​ຊົນ​ນະ​ບົດ ແລະ​ ຊອກ​ຫລີກ​ເຮັດ​ໃຫ້​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຫຍຸ້ງ​ຍາກ ແລະ ການໃຊ້​ຊິ​ວິດ​ຊອກ​ຢູ່​ຫາ​ກິນ​ໄປ​ແຕ່​ລະ​ມື້ເຮັດ​ໃຫ້​ຂາດ​ຄວາມ​ເອົາ​ໃຈ​ໃສ່​ເລື່ອງ​ນີ້.  ​ຕາມ​ການ​ລາຍ​ງານ​ຂອງ​ແຫລ່ງ​ຂ່າວ ວຽງ​ຈັນ​ທາຍ​ ໃຫ້​ຮູ້​ວ່າ: ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ມີ​ການຈັດຕັ້ງປະຕິບັດໂຄງການ ປັບປຸງຊີວິດການເປັນຢູ່ ສົ່ງເສີມໂພຊະນາການ ຢູ່ 481 ບ້ານ, 12 ເມືອງ ຢູ່ແຂວງ ຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະ ຊຽງຂວາງ, ທີ່ມີບັນຫາໂພຊະນາ ການ ແລະ ຄວາມທຸກຍາກສູງ ໃນໄລຍະປີ 2020-2024.

ພາບ: ທລຍ

    ກອງທຶນຫຼຸດຜ່ອນຄວາມທຸກຍາກ ຈຶ່ງໄດ້ຈັດກອງປະຊຸມແນະນໍາ ແລະ ຝຶກອົບຮົມໂຄງການປັບປຸງຊີວິດການເປັນຢູ່ ສົ່ງເສີມໂພຊະນາການ ຂຶ້ນໃນລະຫວ່າງວັນທີ 1-13 ກັນຍາ 2020 ທີ່ ແຂວງຊຽງຂວາງ. ຊຶ່ງຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນແນໃສ່ໃຫ້ບັນດາພະນັກງານຂອງໂຄງການ, ໂດຍສະເພາະແມ່ນພະນັກງານຂັ້ນບ້ານໄດ້ມີຄວາມຮັບຮູ້ເຂົ້າໃຈເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລັດຖະບານ ໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ຄວາມຮູ້ທາງດ້ານວິຊາການກ່ຽວກັບ ການປັບປຸງຊີວິດການເປັນຢູ່ ສົ່ງເສີມໂພຊະນາການ ໃນຂອບຂອງໂຄງການ ເພື່ອນໍາໄປຈັດຕັ້ງປະຕິບັດຢູ່ບ້ານ. ນອກ​ນັ້ນ ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບໂຄງການ ປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຮ່ວມກັບອົງການປົກຄອງ ແລະ ຂະແໜງການ ແນໃສ່ປັບປຸງຂອດປະສານງານກັບບັນດາໂຄງການຢູ່ໃນພື້ນທີ່ດຽວກັນໃຫ້ຈັດຕັ້ງປະຕິບັດ ເປັນເອກະພາບໄປລວງດຽວກັນ ຮັບປະກັນການເຂົ້າຮ່ວມຂອງທຸກຂະແໜງການ ກໍຄືຄວາມເປັນເຈົ້າການຂອງຊຸມຊົນ, ເພື່ອເປັນການຕີລາຄາຖອດຖອນບົດຮຽນເບື້ອງຕົ້ນ ໃນການເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການໄລຍະ 6 ເດືອນຜ່ານມາ ແລະ ເອກະພາບ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020. ທ​ລຍ ຈັດ​ຕັ້ງ​ປະ​ຕິ​ບາຍ​ໂຄງ​ການ​ສົ່ງ​ເສີມ​ໂພ​ຊະ​ນາ​ການ​ຢູ່​ພາກ​ເໜືອ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page