top of page
Search

“ກອງ” ແລະ ຄວາມ​ໝາຍ​ພາ​ສາ​ລາວ ​

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ອະ​ທິ​ບາຍ​ຄວາມ​ໝາຍ​ຂອງຄໍາວ່າ: “ກອງ”​ໃນ​ພາ​ສາ​ລາວ

“ກອງ” ໃນພາສາລາວສາມາດແປໄປໄດ້ຫຼາຍຄວາມໝາຍທີ່ແຕກຕ່າງກັນ ແຕ່ຈະໃຫ້ຊັດເຈນຕ້ອງມີຄໍາອື່ນມາປະສົມໃສ່ທາງໜ້າ ຫຼື ທາງຫຼັງຄໍາວ່າ “ກອງ” ຈຶ່ງຈະມີຄວາມໝາຍຊີ້ແຈງໃຫ້ລະອຽດ ແລະ ເຂົ້າໃຈໄດ້ງ່າຍຂຶ້ນ.


1 .ພວກ, ຫມູ່, ຫມວດ,ເອົາສິ່ງຂອງຢອງກັນຂຶ້ນຫລາຍໆ, ທຳໃຫ້ສູງຂຶ້ນ ຈຳນວນສິ່ງຂອງຫຼາຍໆອັນມາທ້ອນກັນໄວ້ບ່ອນດຽວເອີ້ນວ່າເປັນກອງເຊັ່ນ: ກອງຊາຍ; ກອງຫຼົວ ຫຼື ກອງຟືນ; ກອງເຂົ້າເອົາຕົ້ນເຂົ້າທີ່ເກັບກ່ຽວແລະຕາກໄວ້ໃຫ້ແຫ້ງມາທ້ອນເຂົ້າກັນເປັນກອງເພື່ອຈະມາຕີ ຫຼື ຟາດເອົາເມັດເຂົ້າ, ເອົາສິ່ງຂອງຢອງກັນຂຶ້ນຫລາຍໆ, ທຳໃຫ້ສູງຂຶ້ນ…ກອງທະຫານ;ກອງຕໍາຫຼວດເຊັ່ນ: ກອງຮ້ອຍ ຈຳນວນທະຫານ ຫຼື ຕໍາຫຼວດໝູ່ໜຶ່ງ ຈຳນວນ 100 ຄົນ; ກອງພັນ ຈຳນວນທະຫານ 10 ກອງຮ້ອຍ; ກອງພົນ ຈຳນວນທະຫານ 10 ກອງພັນ; ກອງທັບ ຈຳນວນທະຫານທີ່ຍົກອອກໄປຮົບ, ຈຳນວນທະຫານຫລາຍໆກອງພົນ ໂຮມກັນ.

2 ເຄື່ອງດົນຕີທີ່ຫຸ້ມດ້ວຍຫນັງ ສໍາລັບຕີໃຫ້ມີສຽງດັງ ມີຫລາຍຢ່າງຄື: ກອງແກ ກອງສຳລັບຕີເຂົ້າກັບແກວົງຫນ່ວຍສັ້ນ (ກອງລຳມະນາ ກໍວ່າ); ກອງກິ່ງ ກອງຂະຫນາດໃຫຍ່ ທາງປາກເຫວີ ທາງກົ້ນສ້ວຍ ຫຸ້ມຫນັງສອງຫນ້າ ແລະມີສອງຫນ່ວຍເປັນຄູ່ສຳລັບຕີເສັງກັນ; ກອງຂ້າ ຫລື ກອງມະໂຫຣະທຶກ ຫນ່ວຍນ້ອຍຫຸ້ມສອງຫນ້າສຳລັບຕົບເຂົ້າກັບເຄື່ອງເສບ; ກອງຕົບ ຫລື ກອງຫາງ ກອງຢ່າງນີ້ ຫນ່ວຍຍາວເປັນຫາງຫຸ້ມຫນ້າດຽວ ໃຊ້ມືຕົບ; ກອງຕຶ່ງ ກອງຢ່າງນີ້ ຫນ່ວຍສັ້ນ ສຳລັບຕີໃສ່ເຄື່ອງພິນຟາດສຽງດັງຕຶ່ງໆ;

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page