top of page
Search

ກວດພົບການສໍ້ລາວບັງຫລວງຂອງສະ­ມາ­ຊິກ​ພັກ​ຈ່ຳນວນ​ຫນຶ່ງ​ທັງສວຍ​ໃຊ້​ໜ້າ­ທີ່​​ເພື່ອ​​ຜົນ​ປະ­ໂຫຍດ​ສ່ວນ​ຕົວ.

  • Writer: Superphil Phil
    Superphil Phil
  • Aug 13, 2020
  • 1 min read

ກວດພົບການສໍ້ລາວບັງຫລວງຂອງສະ­ມາ­ຊິກ​ພັກ​ຈ່ຳນວນ​ຫນຶ່ງ​ທັງສວຍ​ໃຊ້​ໜ້າ­ທີ່​​ເພື່ອ​​ຜົນ​ປະ­ໂຫຍດ​ສ່ວນ​ຕົວ. ການສໍ້ລາດບັງຫລວງໃນປະເທດເຮົາຍັງເກີດຂື້ນເລື້ອຍໆ ເກືອບວ່າຈະເປັນເລື່ອງປົກກະຕິໄປສາແລ້ວໃນຫລາຍໆອົງກອນຂອງ ສປປ ລາວ ເຮົາ, ຂັ້ນນ້ອຍກິນນ້ອຍຂັ້ນໃຫຍ່ກິນຫລາຍຕາມລຳດັບຂອງໜ້າທີ່ຕ່ຳແໜ່ງ ສຳລັບບຸກຄົນບາງກຸ່ມ, ການເອົາວຽກໃຫ້ກັນໄດ້ຄ່ານ້ຳຄ່າໃນນຳກັນເຮັດໃຫ້ການພັດທະນາປະເທດບໍ່ໄດ້ຄຸນນະພາບ ແລະ ໄປຊ້າ. ກອງ​ປະ­ຊຸມ​ວຽກ​ງານ​ກວດ­ກາ​ທະ­ນາ­ຄານ​ແຫ່ງ ສປປ ລາວໄດ້ ຈັດ​ຂຶ້ນ​ວັນ​ທີ 7 ສິງ­ຫາ 2020 ທີ່​ສະ​ຖາ​ບັນ​ການ​ທະ­ນາ­ຄານ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ, ​ຄະ­ນະ​ກວດ­ກາ​ພັກ ທຫລ ໄດ້​ລາຍ​ງານ​ການ​ເຄື່ອນ ໄຫວ​ວຽກ​ງານ​ກວດ­ກາ ທຫລ ໄລ­ຍະ 1 ປີ­ຜ່ານ­ມາ ແລະ ທິດ​ທາງ​ແຜນ­ການ​ປີ 2020 ເພື່ອ​ເຮັດ​ໃຫ້​ການ­ເຄື່ອນ­ໄຫວ​ວຽກ​ງານ​ຂອງ​ແຕ່​ລະ​ພາກ­ສ່ວນ​ຮັບ­ປະ­ກັນ​ຄວາມ​ຖືກ­ຕ້ອງ ແລະ ສອດ­ຄ່ອງ​ຕາມ​ພາ ລະ​ບົດ­ບາດ​ທີ່​ກຳ­ນົດ​ໄວ້ ເຊິ່ງ​ໃນ​ປີ 2019 ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ສຳ­ເລັດ​ຕາມ​ແຜນ­ການ​ທີ່​ວາງ​ໄວ້​ທັງ​ໝົດ 16 ເປົ້າ​ໝາຍ.

ພາບ: laophattananews.com

ຈາກ​ການ​ດຳ­ເນີນ​ການ​ຕິດ­ຕາມ​ກວດ­ກາ​ປົກ­ກະ­ຕິ ແລະ ກວດ­ກາ​ສະ­ເພາະ​ກິດ ສາ­ມາດ​ພົບ​ເຫັນ​ບັນ­ດາ​ພຶດ­ຕິ​ກຳ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ສະ­ມາ­ຊິກ​ພັກ-ພະ­ນັກ­ງານ​ຈຳ­ນວນ​ຫຼາຍ​ສົມ­ຄວນ ສ່ວນ​ຫຼາຍ​ແມ່ນ​ການ​ສວຍ​ໃຊ້​ໜ້າ­ທີ່​ຄວາມ​ຮັບ­ຜິດ­ຊອບ​ເພື່ອ​ຫາ​ຜົນ​ປະ­ໂຫຍດ​ສ່ວນ​ຕົວ ເຊິ່ງ​ເກີດ​ຂຶ້ນ​ໃນ​ຂົງ­ເຂດ​ທະ­ນາ­ຄານ​ທຸ­ລະ​ກິດ​ລັດ ແລະ ທະ­ນາ­ຄານ​ສະ­ເພາະ​ກິດ​ເປັນ​ສ່ວນ​ໃຫຍ່. ບັນ­ຫາ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່ ແມ່ນ​ການ​ປອມ​ແປງ​ເອ­ກະ­ສານ​ເພື່ອ​ຖອດ​ເອົາ​ເງິນ​ໃນ​ບັນ­ຊີ​ເງິນ​ຝາກ​ປະ­ຈຳ​ຂອງ​ລູກ​ຄ້າ ຮັບ​ເງິນ​ຈາກ​ລູກ​ຄ້າ​ແລ້ວ​ບໍ່​ມອບ​ເຂົ້າ​ບັນ­ຊີ ລັກ​ເອົາ​ເງິນ​ໃນ​ຄັງ​ມາ​ໃຊ້​ຈ່າຍ​ສ່ວນ​ຕົວ ແລະ ຮຽກ­ຮ້ອງ​ຜົນ​ປະ­ໂຫຍດ​ຈາກ​ລູກ​ຄ້າ. ນອກ­ຈາກ​ນັ້ນ ພະ­ນັກ­ງານ​ຂັ້ນ​ຊີ້​ນຳ-ນຳ­ພາ​ບາງ​ຂົງ­ເຂດ ຍັງ​ຖືກ​ເບົາ​ຕໍ່​ການ​ຕິດ­ຕາມ​ກວດ­ກາ​ພະ­ນັກ­ງານ​ໃນ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ຈຶ່ງ​ກໍ່ ໃຫ້​ເກີດ​ມີ​ປາ­ກົດ­ການ​ຫຍໍ້­ທໍ້​ເກີດ​ຂຶ້ນ​ຢ່າງ​ຫຼວງ­ຫຼາຍ ແລະ ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ຂະ­ແໜງ­ການ​ທະ­ນາ­ຄານ​ຢ່າງ​ມະ­ຫາ­ສານ. ກວດພົບພືດຕິກຳສໍ້ລາດບັງຫລວງຂອງສະມາຊິກພັກຈ່ຳນວນໜຶ່ງ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page