top of page
Search

ກວດຄືນຄວາມກ້າວໜ້າໂຄງການເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ.

  • Writer: Superphil Phil
    Superphil Phil
  • Aug 30, 2020
  • 1 min read

ກວດຄືນຄວາມກ້າວໜ້າໂຄງການເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ. ເພື່ອທົບທວນຄືນການຈັດຕັ້ງປະຕິບັດໂຄງການເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ ເພື່ອພັດທະນາດ້ານທຸລະກິດ ແລະ ການຄ້າ ແລະ ໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນພາຍໃຕ້ຂອບລິເລີ່ມການເຊື່ອມໂຍງອາຊຽນຄັ້ງທີ 10, ຈັດໂດຍກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການຮ່ວມມືເຢຍລະມັນ ເພື່ອການພັດທະນາປະຈຳ ສປປ ລາວ. ໂຄງການຮ່ວມມືເພື່ອການພັດທະນາສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ.ເຢຍລະມັນ (ໂຄງການ RELATED) ໂດຍມີຈຸດປະສົງແນໃສ່ການປັບປຸງນະໂຍບາຍທີ່ກ່ຽວຂ້ອງກັບ AEC ແລະ ຂີດຄວາມສາມາດຂອງພາກທຸລະກິດ ເພື່ອນຳໃຊ້ທ່າແຮງທາງດ້ານເສດຖະກິດທີ່ເກີດຂຶ້ນຈາກການເຊື່ອມໂຍງຂອງ ສປປ ລາວ ເຂົ້າໃນປະຊາຄົມເສດຖະກິດອາຊຽນ. ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ພາຍໃຕ້ຂອບລິເລີ່ມການເຊື່ອມໂຍງອາຊຽນ ( COMPETE ) ເປັນໂຄງການຮ່ວມມືເພື່ອການພັດທະນາລະຫວ່າງພາກພື້ນອາຊຽນ ແລະ ສ.ເຢຍລະມັນ.

ພາບ: laoedaily.com.la

ທັງສອງໂຄງການແມ່ນສ່ວນໜຶ່ງຂອງແຜນງານການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນຂອງ ສປປ ລາວ ໂດຍມີກົມແຜນການ ແລະ ການຮ່ວມມື, ກະຊວງ ອຄ ເປັນຈຸດປະສານງານຫຼັກຂອງພາກລັດ. ການຈັດຕັ້ງປະຕິບັດວຽກງານຂອງທັງສອງໂຄງການໃນໄລຍະ 8 ເດືອນຕົ້ນປີ 2020 ແມ່ນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19. ມາດຕະການຂອງລັດຖະບານໃນການຮັບມືກັບເຊື້ອພະຍາດໂຄວິດ – 19 ໄດ້ຊ່ວຍປ້ອງກັນບໍ່ໃຫ້ເຊື້ອໄວຣັສແຜ່ລະບາດໃນ ສປປ ລາວ ແຕ່ວ່າມັນພັດສົ່ງຜົນກະທົບທາງລົບຕໍ່ການຂະຫຍາຍຕົວຂອງເສດຖະກິດລາວ. ນອກຈາກນັ້ນ, ເພື່ອປະຕິບັດຕາມມາດຕະການປ້ອງກັນຂອງລັດຖະບານ ໂຄງການຈຶ່ງຈຳເປັນຕ້ອງເລື່ອນ ຫຼື ຍົກເລີກກິດຈະກຳຕ່າງໆທີ່ວາງແຜນໄວ້ ເຊິ່ງການເຮັດວຽກທາງໄກກາຍເປັນ “ ເລື່ອງທຳມະດາແບບໃໝ່ ” ຫຼື “ New Normal ”. ເຖິງຢ່າງໃດກໍຕາມ, ທັງສອງໂຄງການກໍສາມາດສືບຕໍ່ຈັດຕັ້ງປະຕິບັດກິດຈະກຳທີ່ສໍາຄັນຈົນສໍາເລັດ. ໃນນັ້ນ, ຜົນງານທີ່ສຳຄັນຂອງໂຄງການ RELATED ປະກອບມີ: ວຽກງານກ່ຽວກັບລະບຽບການຕ່າງໆ ແລະ ການອຳນວຍຄວາມສະດວກການຄ້າ ແລະ ການລົງທຶນພາຍໃນພາກພື້ນ, ກອງປະຊຸມເຜີຍແຜ່ແຜນດຳເນີນງານການດຳເນີນທຸລະກິດຢູ່ ສປປ ລາວ ໃນໄລຍະປີ 2020 – 2022. ການຊ່ວຍເຫຼືອສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໃນການສ້າງແຜນຍຸດທະສາດ ເພື່ອພັດທະນາຜູ້ປະກອບການໃນໄລຍະປີ 2021 – 2025. ການກະກຽມສ້າງຕັ້ງສູນບໍລິການ SME ຂັ້ນແຂວງຢູ່ແຂວງສະຫວັນນະເຂດ, ການຈັດຕັ້ງການຝຶກອົບຮົມການຄຸ້ມຄອງພະຍາດພືດ ແລະ ສັດຕູພືດສຳລັບຊາວກະສິກອນກາເຟລາວ ແລະ ເພີ່ມ ຄວາມຍືນຍົງ. ການຫຼຸດຜ່ອນການນຳໃຊ້ພລາສຕິກຂອງ ສປປ ລາວ ໃຫ້ບັນດາໂຮງແຮມ ແລະ ຮ້ານອາຫານ. ໃນນາມທີ່ເປັນໂຄງການຫຼັກໆຂອງອົງການຮ່ວມມືເຢຍລະມັນ ເພື່ອການພັດທະນາ ເຊິ່ງເຮັດວຽກໃນຂົງເຂດດ້ານການພັດທະນາໃຫ້ແກ່ພາກທຸລະກິດ, ໂຄງການ RELATED ຍັງໄດ້ມີບົດບາດສຳຄັນໃນການຫຼຸດຜ່ອນຜົນກະທົບຈາກການລະບາດຂອງໂຄວິດ – 19 ຕໍ່ຫົວໜ່ວຍທຸລະກິດລາວອີກດ້ວຍ. ທວນຄືນຄວາມກ້າວໜ້າຂອງໂຄງການເຊື່ອມໂຍງເສດຖະກິດອາຊຽນລາວ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page