top of page
Search

ກວດ ແລະ ກວາດ ທີ່​ຫລາຍ​ຄົນ​ມັກ​ຫລົງ​ກັນ.

  • Writer: Superphil Phil
    Superphil Phil
  • Jul 12, 2020
  • 1 min read

ມາ​ຮູ້​ຈັກ​ຄຳ​ວ່າ ກວດ ແລະ ກວາດ ທີ່​ຫລາຍ​ຄົນ​ມັກ​ຫລົງ​ກັນ.

ໃນ​ພາ​ສາ​ລາວ ມີ​ຫລາຍໆ​ຄຳ​ທີ່​ອອກ​ສຽງ​ຄ້າຍ​ຄື​ກັນ ລວມ​ທັງ​ຄວາມ​ໝາຍ​ກໍ​ໃກ້​ຄຽງ​ກັນ ແລະ ເວ​ລາ​ນຳ​ໄປ​ໃຊ້​ກໍ​ຫລາຍ​ຕໍ່​ຫລາຍຂື້ນ ແຕ່​ລະ​ເຂດ, ​ແຕ່​ລະ​ແຂວງ ແລະ ແຕ່​ລະ​ພາກ​ຂອງ​ປະ​ເທດ​ລາວ, ລວມ​ທັງຍັງ​ມີ​ບັນ​ດາ​ຊົນ​ເຜົ່າ​ບາງ​ຄົນທີ່​ເວົ້າ​ພາ​ສາ​ລາວ​ບໍ່​ຄອຍ​ແຈ້ງ​ນຳ​ອີກ, ເວ​ລາ​ເວົ້າ​ອອກ​ສຽງ​ຜິດ​ພາດ​ໄປ​ເລັກ​ນ້ອຍ​ກໍ​ຈະ​ກາຍ​ເປັນ​ອີກ​ຄຳ​ໜ​ຶ່ງ​ໂລດ ເຊິ່ງ​ການສະຕົວ​ອັກ​ສອນ​ກໍ​ອາດ​ຕ່າງ​ກັນ​ໄປ ແລະ ລວມ​ທັງ​ຄວາມ​ໝາຍ​ກໍ​ຕ່າງ​ໄປ​ອີກ.


DooDiDo

ໃນ​ຕອນ​ນີ້​ເຮົາ​ຈະ​ມາ​ເວົ້າ​ເຖິງ​ຄຳ​ວ່າ ກວດ ແລະ ກວາດ ທີ່​ມີ​ຄວາມ​ໝາຍ ແລະ ການ​ສະ​ກົດ​ຄຳ​ທີ່​ແຕກ​ຕ່າງ​ກັນ​ພຽງ​ເລັກ​ນ້ອຍ ແລະ ພົບ​ເຫັນ​ຫລາຍໆ​ຄົນ​ມັກ​ໃຊ້​ສະ​ຫລັບ​ສັບ​ປ່ຽນ​ກັນ​ໄປ​ມີ​ທັງ​ຖືກ​ແດ່, ຜິດ​ແດ່ ແລະ ເຮັດ​ໃຫ້​ຜິດຄວາມໝາຍ​ຂອງ​ຄຳ​ທີ່​ແທ້​ຈິງຂອງ​ຄຳ​ສອງ​ຄຳ​ນີ້, ເພື່ອ​ເຮັດ​ໃຫ້​ຫລາຍໆ​ຄົນ​ເຂົ້າ​ໃຈ​ສອງ​ຄຳ​ນີ້ ທັງ​ສຳ​ນວນ​ສຽງ​ເວົ້າ ແລະ ຄວາມ​ໝາຍ​ຂອງ​ມັນ​, ຈະ​ຂໍ​ອິງ​ຕາມ​ຫລັກ​ການ​ໄວ​ຍາ​ກອນ​ໃນ​ພາ​ສາ​ລາວ​ມາ​ອະ​ທິ​ບາຍ ແລະ ລົມ​ເປ​ັນ​ຫົວ​ຂ​ໍ້​ໃຫ້​ເຂົ້າ​ໃຈ ລະ​ຫວ່າງ ພາ​ສາ​ລາວ ຄຳ​ທີ່​ວ່າ ກວດ ແລະ ກວາດ ດັ່ງ​ນີ້. ຄຳ​ວ່າ: ກວດ. ຄຳ​ນີ້ເປັນ​ຄຳ​ກຳ​ມະ ​ເຊິ່ງ​ມີ​ຄວາມ​ໝາຍ​ວ່າ ເບິ່ງ​ໃຫ້​ຖີ່​ຖ້ວນ​ເພື່ອ​ໃຫ້​ຮູ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ, ອັນ​ໃດ​ດີ​ອັນ​ໃດ​ບໍ່​ດີ, ກວດ​ກາ​ເບິ່ງ​ເພື່ອການ​ພິ​ຈາ​ລະ​ນາ​ໃຫ້​ຖືກ​ຕ້ອງ, ເບິ່ງ​ຄວາມ​ເປັນ​ລະ​ບຽບ​ຕ່າງໆ. ຕົວ​ຢ່າງ: ມື້​ນີ້ ອາ​ຈານ ຈະກວດ​ກາ​ຄວາມ​ເປັນ​ລະ​ບຽ​ບ​ຂອງ​ນັກ​ຮຽນ​ໃນ​ຫ້ອງ​​ເດີ. ເຈົ້າ​ຈະ​ເດີນ​ທາງໄກ ເຈົ້າ​ເອົາ​ລົດໄປ​ໃຫ້​ນາຍ​ຊ່າງ​ເພີນກວດ​ເບິ່ງ​ລົດ​ແລ້ວ​ຫວ​າ. ລູກ​ເອີຍ! ອອກ​ຈາກ​ເຮັດ​ກວດ​ເບິ່ງ​ຟືນ​ເບິ່ງ​ໄຟ​ແດ່​ເດີ. ພາ​ສາ​ລາວ​ຄຳ​ວ່າ ກວດ ແລະ ກວາດ ທີ່​ຫລາຍ​ຄົນ​ມັກ​ຫລົງ​ກັນ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page