ກວ່າ80 ບໍລິສັດລົງທຶນໃນເຂດພັດທະນາໄຊເສດຖາສ້າງວຽກເຮັດກວ່າ 1.500 ຕຳແໜ່ງ.
- Superphil Phil
- Sep 27, 2020
- 1 min read
ກວ່າ80 ບໍລິສັດລົງທຶນໃນເຂດພັດທະນາໄຊເສດຖາສ້າງວຽກເຮັດກວ່າ 1.500 ຕຳແໜ່ງ. ໃນ ສປປ ລາວ ມີຫລາຍເຂດທີ່ກ່ຳລັງໄດ້ຮັບການພັດທະນາຈາກນັກລົງທືນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນບໍລິສັດຈາກປະເທດຈີນ, ແລະ ເຂດພັດທະນາກວມລວມໄຊເສດຖາກໍເປັນເຂດໜຶ່ງທີ່ຫລາຍໆບໍລິສັດສົນໃຈມາລົງທຶນ ແລະ ພັດທະນາເຊິງຈະເຮັດໃຫ້ເຂດນັ້ນລວມທັງປະຊາຊົນມີຄວາມຈະເລີນ ແລະ ມີວຽກເຮັດງານທຳອີກດ້ວຍ. ເຊິງເຂດພັດທະນາໄຊເສດຖາມີເນື້ອທີ່ທັງໝົດ 1.149 ເຮັກຕາ, ແຜນການລົງທຶນທັງໝົດ 5 ຕື້ໂດລາສະຫະລັດ, ປັດຈຸບັນລົງທຶນໄປແລ້ວ 1,2 ຕື້ໂດລາສະຫະລັດ, ມີວິສາຫະກິດມາລົງທຶນທັງໝົດ 82 ຫົວໜ່ວຍ ຊ່ວຍສ້າງວຽກເຮັດງານທໍາໄດ້ 1.500 ຄົນ, ລວມທັງຈະເຮັດໃຫ້ເຂດນີ້ຈະເລີນຂື້ນໄດ້ຢ່າງວ່ອງໄວ. ຕາມການລາຍງານຂອງເວັບໄຊ laoedaily.com.la ໃຫ້ຮູ້ວ່າ: ເຂດພັດທະນາກວມລວມໄຊເສດຖາ ໄດ້ຈັດຕັ້ງປະຕິບັດຕາມແຜນທິດສະດີພັດທະນາສຸມໃສ່ການພັດທະນາຂະແໜງອຸດສາຫະກໍາພັດທະນາເປັນຕົວເມືອງແບບກົມກຽວກັນ ໂດຍການແບ່ງວຽກງານກໍ່ສ້າງອອກເປັນ 3 ໄລຍະໃນການພັດທະນາ.
ໄລຍະທີ 1 ແມ່ນສຸມໃສ່ໃນການພັດທະນາໃນຂະແໜງການອຸດສາຫະກໍາ. ໄລຍະທີ 2 ແລະ 3 ແມ່ນພັດທະນາໃນຂະແໜງການຂົນສົ່ງ, ເຂດການຄ້າ, ເຂດທີ່ຢູ່ອາໄສ, ເຂດທ່ອງທ່ຽວ ແລະ ຈະພະຍາຍາມສ້າງເປັນຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນ. ປັດຈຸບັນທາງໂຄງການໄດ້ສຳເລັດການພັດທະນາພື້ນຖານໂຄງລ່າງ ກວມເອົາເນື້ອທີ່ 400 ເຮັກຕາ ລວມທັງຜົນສໍາເລັດການກໍ່ສ້າງໃນໄລຍະທີ 1 ເຊັ່ນ: ບັນດາເສັ້ນທາງເຊື່ອມຈອດ, ເຂດສີຂຽວ, ລະບົບທໍ່ນໍ້າລວມ, ໂຄງການສະຖານີໄຟຟ້າ 115 ກິໂລວັດ, ພ້ອມທັງສໍາເລັດການກໍ່ສ້າງໂຮງງານມາດຕະຖານໂດຍມີເນື້ອທີ່ 80.000 ຕາແມັດ. ສໍາເລັດການກໍ່ສ້າງຕຶກຫໍພັກພະນັກງານເພື່ອຮັບຮອງ ແລະ ສາມາດຕອບສະໜອງການບໍລິການພື້ນຖານ ຄວາມຕ້ອງການດ້ານການບໍລິການໃຫ້ບັນດາວິສາຫະກິດຕ່າງໆໃນເຂດ ເຊິ່ງໃນປັດຈຸບັນໂຄງການເຂດພັດທະນາພວກເຮົາກໍາລັງດໍາເນີນວຽກງານການພັດທະນາໂຄງການໃນໄລຍະທີ 2 ແລະ 3. ເຂດພັດທະນາໄຊເສດຖາຈະສ້າງວຽກເຮັດໃຫ້ປະຊາຊົນຈ່ຳນວນຫລາຍ. ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comments