top of page
Search

ກົມສົ່ງເສີມການຄ້າສາກົນຈັດງານວາງສະແດງສິນຄ້າ LAO ITEC

  • Writer: Superphil Phil
    Superphil Phil
  • Mar 15, 2020
  • 1 min read

ຫ້ອງການສົ່ງເສີມການຄ້າຕ່າງປະເທດພະແນກສົ່ງເສີມການຄ້າສາກົນ ກະຊວງການຄ້າແຫ່ງຣາຊະອານາຈັກໄທ ໄດ້ຈັດພິ​ທີ​ຖະ​ແຫລງຂ່າວການ​ຈັດງານວາງສະແດງ  “ ສິນຄ້າໄທ Top Thai Brands 2020”   ພາຍໃຕ້ແນວຄວາມຄິດ  “ ໄທ – ລາວຕໍ່​ຍອດອະນາຄົດເພື່ອເປີດໂລກການ​ຄ້າ​ໄຮ້​ພົມ​ແດນ”  ເຊິ່ງຖືວ່າເປັນໜຶ່ງໃນງານວາງສະແດງສິນຄ້າທີ່ຍິງໃຫຍ່ໃນລາວ.

ໄດ້ຈັດຂື້ນໃນລະຫວ່າງວັນທີ 4-8 ມີນາ 2020 ເປັນເວລາທັງໝົດ 5 ວັນ ທີ່ສູນວາງສະແດງສິນຄ້າລາວ – ໄອເຕັກ (ຕຶກເກົ່າ),  ນະຄອນຫຼວງວຽງຈັນ

ພາບ​ຈາກ thairath.co.th

ການສະແດງສິນ​ລະ​ປະວັດທະນະທຳ. ແລະ ກິດຈະກຳຊິງລາງວັນປະຈຳວັນ, ລວມ​ໄປ​ທັງ​ໂຊນ​ການເຈລະຈາທຸລະກິດ​ການ​ຄ້າ​ທີ່​ເຮົາມີ​ການ​ເຮັດ Business Matching ຫລາຍກວ່າ 200 ບໍ​ລິ​ສັດ

ສະນັ້ນພວກເຮົາຈຶ່ງຂໍເຊີນຊວນນັກທຸລະກິດແລະພາກສ່ວນທີ່ສົນໃຈອື່ນໆມາທ່ຽວຊົມງານວາງສະແດງທຸກໆມື້ແຕ່ວັນທີ 4-8 ມີນາ 2020 ຕັ້ງແຕ່ເວລາ 10.00-21.00 ໂມງ ທີ່ສູນວາງສະແດງສິນຄ້າລາວ – ໄອເຕັກ (ຕຶກເກົ່າ), ນະຄອນຫຼວງວຽງຈັນ.

ສາມາດຕິດຕາມລາຍລະອຽດເພີ່ມເຕີມໄດ້ທີ່  “ການຈັດ​ງານ​ຄັ້ງ​ນີ້ ຖືວ່າເປັນການເຊື່ອມຕໍ່ການພົວພັນທາງການຄ້າກັບປະເທດເພື່ອນບ້ານທີ່ໃກ້ຄຽງທີ່ສຸດ. ເພາະວ່າປະເທດໄທແລະລາວຖືກຖືວ່າເປັນປະເທດທີ່ມີມູນຄ່າການຄ້າລະຫວ່າງ​ກັນເປັນ​ຈ່ຳ​ນວນ​ຫລາຍ, ລວມທັງສອງປະເທດມີການຮ່ວມມືດ້ານເສດຖະກິດຜ່ານໂຄງການລະດັບມະຫາພາກ, ທັງກໍ່ສ້າງຂົວມິດຕະພາບລະຫວ່າງສອງປະເທດ ເພື່ອປະໂຫຍດຂອງການຂົນສົ່ງຜະລິດຕະພັນສິນ​ຄ້າ ການຊື້ຂາຍພະລັງງານໄຟຟ້າແລະ ອື່ນໆ​ເປັນ​ຕົ້ນ. ດັ່ງນັ້ນ​ການ​ຈັອ​ງານ​ອັ່ງກ່າວຈິງ​ເປັນການເຊື່ອມຕໍ່ການຄ້າໃນລະດັບປະ​ຊາ​ຊົນ ແລະ ສ້າງຄວາມເຂົ້າໃຈເຊິ່ງກັນແລະກັນໃຫ້ຫຼາຍຂື້ນ. ສະນັ້ນຂ້າພະເຈົ້າຂໍຮຽກຮ້ອງໃຫ້ປະຊາຊົນໄທ ແລະ ອ້າຍເອື້ອຍນ້ອງລາວທຸກຄົນເຂົ້າຮ່ວມງານນີ້ໃຫ້​ຫຼາຍໆ ເພາະເປັນການ​ສະ​ແດງ​ອອກ​ເຖິງ​ຄວາມ​ເປັນ​ພີ່ນ້ອງກັນໃນທຸກດ້ານຂອງປະຊາຊົນທັງສອງປະເທດ,” ທ່ານ ຄົມ​ປັນ​ຍາກ່າວ.

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page