top of page
Search

ກົມການບິນພົນລະເຮືອນອອກແຈ້ງການເພື່ອປະຕິບັດມາດຕະການໂຄວິດ19.

  • Writer: Superphil Phil
    Superphil Phil
  • Aug 23, 2020
  • 1 min read

ກົມການບິນພົນລະເຮືອນອອກແຈ້ງການເພື່ອປະຕິບັດມາດຕະການໂຄວິດ19. ກົມການບິນພົນລະເຮືອນ ແຈ້ງໃຫ້ຊາບວ່າ: ​ເພື່ອຜັນຂະຫຍາຍແຈ້ງການຂອງຫ້ອງວ່າການ ສນຍ,​ ສະບັບເລກທີ 806/ຫກສນຍ, ລົງວັນທີ 29/07/2020, ຄຳແນະນຳຂອງຄະນະສະເພາະກິດລະບົບເລກທີ 2336/ສພກ, ລົງວັນທີ 31/07/2020 ແລະ ບັນທຶກກອງປະຊຸມ ສະບັບລົງວັນທີ 31/07/2020 ກໍຄື:​ ການຮັບປະກັນ ການຮອງຮັບຖ້ຽວບິນເຊົ່າເໝົາລຳ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19. ສະນັ້ນ, ກົມການບິນພົນລະເຮືອນ ຈຶ່ງອອກແຈ້ງການ ກ່ຽວກບັມາດຕະການດັ່ງນີ້:

ພາບ: targetlaos.com

1. ຖ້ຽວບິນຂາເຂົ້າສະໜາມບິນສາກົນວັດໄຕທຸກຖ້ຽວ ຕ້ອງປະຕິບັດຕັ້ງແຕ່ 06:00-18:00ໂມງ ໂດຍຮັກສາໄລຍະຫ່າງຂອງແຕ່ລະຖ້ຽວບິນຢ່າງຕໍ່າ 2 ຊົ່ວໂມງ 2. ບໍລິສັດ ລາວ-ຍີ່ປຸ່ນ ບໍລິການອາຄານສະໜາມບິນ (L-JATS) ແລະ ລັດວິສາຫະກິດການບິນລາວ ໂດຍ ສົມທົບກັບຄະນະສະເພາະກິດ ຕ້ອງອຳນວຍຄວາມສະດວກ ແລະ ແນະນຳຜູ້ໂດຍສານຂອງຕົນເອງ ເພື່ອປະຕິບັດມາດຕະການ ຄວບຄຸມ ແລະ ຮັກສາໄລຍະຫ່າງ ຕາມລະບຽບການຢ່າງເຂັ້ມງວດ ຕັ້ງແຕ່ລົງຈາກເຮືອບິນຈົນຮອດຂຶ້ນລົດໄປໂຮງແຮມ ຫຼືທີ່ພັກ ທີ່ຄະນະສະເພາະກິດກຳນົດໃວ້. 3. ລັດວິສາຫະກິດການບິນລາວ ແລະ ລາວເດີນອາກາດ ຕ້ອງກວດກາເອກະສານເດີນທາງກ່ອນການອອກ ຫຼືຂາຍປີ້ຍົນໃຫ້ແກ່ຜູ້ໂດຍສານ ຫຼືລູກຄ້າ ກໍລະນີຜູ້ກ່ຽວຫາກພັກຢູ່ ສປປ ລາວ ບໍ່ຮອດ 14 ມື້ແມ່ນບໍ່ສາມາດໃຫ້ອອກປີ້ຍົນ ໃນເວລາແຈ້ງປີ້ ທີ່ສະໜາມບິນສາກົນວັດໄຕເດັດຂາດ. ແຈ້ງການຈາກກົມການບິນພົນລະເຮືອນເພື່ອປົກກັນໂຄວິດ19. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page