top of page
Search

Update ການຫຼຸດຜ່ອນອັດຕາຄວາມທຸກຍາກໃນ ສ​ປ​ປ ລາວ ປີ 2020.

  • Writer: Superphil Phil
    Superphil Phil
  • Oct 31, 2020
  • 1 min read

Update ການຫຼຸດຜ່ອນອັດຕາຄວາມທຸກຍາກໃນ ສ​ປ​ປ ລາວ ປີ 2020.

ຈາກຂໍ້ມູນຂອງ the world bank ໄດ້​ສັງລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ແລະ ການປະເມີນຄວາມທຸກຍາກ ປີ 2020, ເຫັນວ່າ ສປປ ລາວ ມີຄວາມຄືບໜ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກ ໃນ 25 ປີຜ່ານມາ ແຕ່ສິ່ງທີ່ໄດ້ມາພ້ອມດຽວກັບພາລະກິດຕ້ານຄວາມທຸກຍາກ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງລາວ.


ອັດຕາຄວາມທຸກຍາກມີຄວາມເຊື່ອມຖອຍລົງໃນບໍລິເວນເຂດພາກກາງ, ເຊິ່ງຈາກເຂດທີ່ມີຄວາມຮັ່ງມີ ກາຍເປັນເຂດທີ່ທຸກຍາກທີ່ສຸດ. ອັດຕາຄວາມທຸກຍາກທຽບໃສ່ຫົວຄົນ ໄດ້ຫຼຸດລົງຈາກ 23.5% ເປັນ 21.5%, ເຮັດໃຫ້ເຂດດັ່ງກ່າວເຊິ່ງໃນເມື່ອກ່ອນເປັນເຂດທີ່ອຸດົມຮັ່ງມີກາຍເປັນມີຄວາມທຸກຍາກສູງທີ່ສຸດ.

https://doodido.com/
ພາບ: targetlaos.com

ກຸ່ມຜູ້ທຸກຍາກຕາມ​ການ​ປະ​ເມີນປະກອບມີ ສາມ ກຸ່ມແຕກຕ່າງກັນ ທີ່ຕ້ອງການມາດຕະການຕອບໂຕ້ທີ່ແຕກຕ່າງກັນດັ່ງນີ້: ກຸ່ມທຳອິດ (41% ຂອງຜູ້ທຸກ) ປະກອບມີ ຜູ້ທີ່ຢູ່ຫ່າງໄກສອກຫຼີກ, ການສຶກສາຕໍ່າ, ຄົວເຮືອນຊາວກະສິກອນ ເຊິ່ງສ່ວນໃຫຍ່ແມ່ນກຸ່ມຊົນເຜົ່າສ່ວນນ້ອຍ. ກຸ່ມທີສອງ (45% ) ປະກອບມີກຸ່ມຄົນທີ່ສາມາດເຂົ້າເຖິງສິ່ງອຳນວຍຄວາມສະດວກໄດ້ດີກວ່າ ແຕ່ແມ່ນຄົວເຮືອນທີ່ເປັນຊາວກະສິກຳ ທີ່ມີການສຶກສາບໍ່ສູງ. ກຸ່ມທີສາມ (14% )ປະກອບມີຄົວເຮືອນ ທີ່ຍຶດຖືອາຊີບຫຼັກແມ່ນວຽກທີ່ບໍ່ແມ່ນກະສິກຳແຕ່ເປັນວຽກທີ່ມີຜົນຜະລິດຕໍ່າ, ມີລະດັບການສຶກສາຕໍ່າ ແລະ ສູງກວ່າສອງກຸ່ມຜ່ານມາ. ກຸ່ມນີ້ ເປັນກຸ່ມທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການແຜ່ລະບາດຂອງພະຍາດ. ປະເມີນການຫຼຸດຜ່ອນອັດຕາຄວາມທຸກຍາກຂອງ ສປປ ລາວ ປີ 2020. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page