ADB ເຜີຍວ່າເສດຖະກິດລາວຈະຕິດລົບຄັ້ງແລກໃນຮອບ 30 ປີ.
- Superphil Phil
- Sep 20, 2020
- 1 min read
ADB ເຜີຍວ່າເສດຖະກິດລາວຈະຕິດລົບຄັ້ງແລກໃນຮອບ 30 ປີ. ຕາມການລາຍງານ ຂອງທະນາຄານພັດທະນາອາຊີ (ADB) ໃຫ້ຂໍ້ມູນວ່າ: ອັດຕາການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ ຊຶ່ງເປັນຄັ້ງທຳອິດໃນ 3 ທົດສະວັດຜ່ານມາ ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ, ແຕ່ວ່າປະເທດຈະເລີ່ມຟື້ນໂຕຈາກການສູນເສຍທາງດ້ານເສດຖະກິດ ທີ່ເກີດຈາກການແຜ່ລະບາດພະຍາດໂຄວິດ-19. ຂະນະທີ່ ບົດລາຍງານການພັດທະນາຂອງອາຊີ 2020 ສະບັບປັບປຸງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ຢູ່ໃນລະດັບຕິດລົບ 2,5%. ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຄາດວ່າຈະຟື້ນໂຕມາທີ່ອັດຕາ 4,5% ໃນປີ 2021 ເຊິ່ງຖືວ່າເປັນການຟື້ນຕົວຊ້າ ຍ້ອນວ່າການແຜ່ລະບາດຂອງພະຍາດ ທີ່ອາດຈະຫລຸດລົງຢ່າງຊ້າໆ.
ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ທ່ານ ຢະຊູຊິ ເນກິຊິ ໃຫ້ຮູ້ວ່າ: ການແຜ່ລະບາດພະຍາດ ໂຄວິດ-19 ບໍ່ພຽງແຕ່ເຮັດໃຫ້ອັດຕາການເຕີບໂຕຂອງເສດຖະກິດໃນປີ 2020 ຫລຸດລົງເທົ່ານັ້ນ ແຕ່ມັນຍັງເປັນການກີດຂວາງຄວາມຄາດຫວັງຂອງລັດຖະບານ ໃນການຈັດເກັບລາຍຮັບ ຊຶ່ງສະຖານະການນີ້ ຈະເຮັດໃຫ້ການຂາດດຸນງົບປະມານເພີ່ມຂຶ້ນ ແລະ ເພີ່ມຄວາມກົດດັນຕໍ່ການຊໍາລະໜີ້ສາທາລະນະ. ແຕ່ບາດກ້າວຕໍ່ໄປ, ລັດຖະບານຈຳເປັນຕ້ອງປັບປຸງຂອບງົບປະມານມະຫາພາກ ແລະ ເລັ່ງລັດການປັບປຸງການເງິນພາກລັດ ເພື່ອສ້າງຊ່ອງທາງການຈັດເກັບງົບປະມານໃຫ້ໄດ້ຫລາຍຂຶ້ນ ເພື່ອຮອງຮັບກັບສະຖານນະການທີ່ເກີດຂຶ້ນຢ່າງກະທັນຫັນ.” ສຳລັບຂະແໜງກະສິກຳ ຄາດວ່າຈະຂະຫຍາຍຕົວໃນລະດັບ 1,9% ໃນປີ 2020 ຊຶ່ງຕໍ່າກວ່າ 2,5% ຕາມທີ່ໄດ້ຄາດຄະເນໄວ້ໃນເດືອນເມສາ ເນື່ອງຈາກປະລິມານນໍ້າຝົນໜ້ອຍ, ໃນຂະນະທີ່ອັດຕາການຂະຫຍາຍຕົວຂອງຂະແໜງອຸດສາຫະກຳ ຄາດວ່າຢູ່ທີ່ 1,4% ໝົດປີນີ້. ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວທີ່ -5,5% ຍ້ອນວ່າມີຈຳນວນນັກທ່ອງທ່ຽວທີ່ເຂົ້າມາຫລຸດລົງ 60% ໃນ 6 ເດືອນຕົ້ນປີ ແລະ ຄາດວ່າຈະຢຸດຕິການເຂົ້າມາທັງໝົດ ແລະ ມີການຫົດຕົວຂອງຂະແໜງການຄ້າ ທັງຂາຍສົ່ງ ແລະຂາຍຍ່ອຍ, ການຂົນສົ່ງ ພ້ອມທັງສະຖານທີ່ໃຫ້ບໍລິການຕ່າງໆ. ໜ້າຕົກໃຈ! ເສດຖະກິດລາວຈະຕິດລົບຄັ້ງແລກໃນຮອບ 30 ປີ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
亚博体育 亚博体育 亚博体育 亚博体育 开云体育 开云体育 开云体育 开云体育 乐鱼体育 爱游戏体育 华体会体育 华体会体育