top of page
Search

8 ສະຖານທີ່ຂອງເຂດ​ເມືອງວັງວຽງທີ່​ໜ້າທ່ອງທ່ຽວ

  • Writer: Superphil Phil
    Superphil Phil
  • Apr 15, 2020
  • 1 min read

8 ສະຖານທີ່ທີ່​ໜ້າທ່ອງທ່ຽວໃນ​ເຂ​ດເມືອງວັງວຽງ

ຄິດ​ວ່າ​ຫລາຍໆ​ທ່ານ ທີ່ຢ​ູ່​ທັງ​ພາຍ​ໃນ​ປະເທດ​ ສ​ປ​ປ​ ລາວ​ເຮົາ​ເອງ ຫລື ຊາວ​ຕ່າງ​ຊາດ​ສ່ວນ​ຫລາຍ​ກໍ່​ໜ້າ​ຈະ​ໄດ້​ຍິນ​ຊື່ ຫລື ຮູ້​ຈັກ​ດີ​ຢູ່​ແລ້ວ​ວ່າ ວັງ​ວຽງ​ເປັນ​ສະ​ຖານ​ທີ່​ທ່ອງ​ທຽວ​ທີ່​ນິ​ຍົມ​ກັນ​ຫລາຍ​ໃນ​ປະ​ຈຸ​ບັນ​ນີ້. ເຮົາ​ຈະ​ມາ​ແນະ​ນຳ​ບາງ​ສະ​ຖານ​ທີ່​ທ່ອງ​ທຽວ​ໃຫ້​ຜູ້​ທີ່​ຍັງ​ບໍ່​ເຄີຍ​ໄປ​ໄດ້​ຮູ້​ຈັກ​ເຖິງ​ແຕ່​ລະ​ແຫ່ງ​ທີ່​ເປັນ​ສະ​ຖານ​ທີ່​ໜ້າ​ສົນ​ໃຈ.

1. ບລູລາ​ກູນ (Blue Lagoon): ສະນ້ຳ​ໄສ​ເປັນ​ສີຟ້າ​ຄື​ກັບ​ຄຣິສຕັນ ​ເປັນ​ສະນ້ຳທີ່​ເກີດ​ຂຶ້ນ​ໂດຍ​ທຳ​ມະ​ຊາດ ​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​ສາມາດ​ລົງ​ໄປ​ຫລິ້ນລອຍນ້ຳ ຫລື ດຳນ້ຳໄດ້​ຕາມ​ສະບາຍ, ມຸມ​ໄຮ​ໄລ​ຄື​: ​ໂອນ​ຊາ​ທີ່​ໃກ້​ກັບ ບລູ ລາ​ກູນ ທີ່​ເຮົາ​ສາມາດ​ຂຶ້ນ​ໄປ​ນັ່ງ​ຫລິ້ນ​ໄດ້.


2. ຂົວ​ສີສົ້ມ: ມັນ​ຄ້າຍຄື​ກັບ​ແລນ​ມາກ ທີ່​ນັກ​ທ່ອງ​ທ່ຽວ​ຕ້ອງ​ມາ​ຖ່າຍຮູບ​ເມື່ອ​ມາ​ຮອດ​ວັງ​ວຽງ, ​ເພາະ​ວິວທາງ​ຫລັງ​ທີ່​ງົດ​ງາມ ປະກອບ​ກັບ​ຂົວ​ແຂວນ ​ເຮັດ​ໃຫ້​ໄດ້​ບັນຍາກາດ​ຂອງ​ຄວາມປອດ​ໄພ​ໂຍກ​ເຍກ​ໄປມາ.

ພາບ​: laophattananews.com


3. ຖ້ຳຈັງ: ​ເປັນຖ້ຳຂະໜາດ​ໃຫຍ່ ທີ່​ມີ​ຊື່​ສຽງ​ໃນ​ວັງ​ວຽງ ຕັ້ງຢູ່​ຫ່າງ​ຈາກ​ເມືອງ​ວັງ​ວຽງ​ປະມານ 1 ກິ​ໂລ​ແມັດ, ກ່ອນ​ຈະ​ເດີນທາງ​ຂຶ້ນຖ້ຳຈັງ ນັກ​ທ່ອງ​ທ່ຽວ​ຈະ​ຕ້ອງ​​ຍາງຜ່ານ​ຂົວ​ຂ້າມ​ແມ່ນ້ຳຊອງ ຫລື ທີ່​ເອີ້ນກັນ​ວ່າ ຂົວ​ສີສົ້ມນັ້ນ​ເອງ. ສຳລັບ​ການ​ເດີນທາງ​ຂຶ້ນ​ໄປ​ທີ່​ຖ້ຳຈັງ​ນັ້ນ ຈະ​ຕ້ອງ​ຍາງຂຶ້ນຂັ້ນ​ໄດ້ 147 ຂັ້ນ, ​ເປ​ັນທາງ​ຊັນ ​ເພາະສະນັ້ນຈິ່ງ​ຄວນ​ຟິດຮ່າງກາຍ​ຈັກ​ໜ່ອຍ​ກ່ອນ​ຈະ​ເຂົ້າ​ໄປ​ໃນ​ຖ້ຳ ​ເຊິ່ງຈະ​ໄດ້​ສຳ​ພັດ​ກັບ​ຫິນ​ງອກ​ຫິນ​ຍ້ອຍ​ຕ່າງໆ ທີ່​ງົດ​ງາມ ​ແລະ ຈຸດ​ຊົມ​ວິວ ທີ່​ສາມາດ​ເບິ່ງ​ເຫັນ​ວິວ​ແມ່ນ້ຳຂອງ ກັບ​ທົ່ງ​ນາ​ສີຂຽວ​ຂອງ​ເມືອງ​ວັງ​ວຽງ.

ພາບ​: laophattananews.com


4. ບອລລູນ: ​ໄຮ​ໄລ​ອີກ​ຢ່າງ​ຂອງ​ວັງ​ວຽງ​ທີ່​ພາດ​ບໍ່​ໄດ້​ກໍ​ຄື ການ​ຂຶ້ນ ບອລລູນ ​ໄປ​ຊົມ​ວິວ ​ເມືອງ​ວັງ​ວຽງ​ຈາກ​ມູມ​ສູງ, ​ເຮົາ​ຈະ​​ເຫັນ​ທຳ​ມະ​ຊາດ​ອັນ​ງົດ​ງາມ​ທີ່ບໍ່​ໄດ້​ຕົບ​ແຕ່ງ​ຫຍັງ​ຫລາຍ, ພ້ອມ​ກັນນັ້ນຊົມວິວພູ​ເຂົາ, ທົ່ງນາ​ສີຂຽວ​ງາມ ​ແລະ ​ແມ່ນ້ຳຊອງ ທີ່​ໄຫລ​ຜ່ານ​ວັງ​ວຽງ ຖ້າ​ໄດ້​ມາ​ທ່ຽວ​ກໍ​ບໍ່​ຕ້ອງພາດ​ກິດຈະກຳ​​ແບ​ບນີ້.

ພາບ​: laophattananews.com

5. ຖ້ຳນ້ຳ: ຢູ່​ບໍ່​ໄກຈາກ​ຕົວ​ເມືອງ​ວັງ​ວຽງ ​ແລະ ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ຂອງນັກ​ທ່ອງ​ທ່ຽວ​ທີ່ມັກ​ ລອດຖ້ຳ (Tubing) ​ໂດຍ​ການ​ນັ່ງ​ເທິງ​​​ເຄື່ອງລອດ ​ແລ້ວ​ຈັບ​ເຊືອກ​ເຂົ້າ​ໄປ​ໃນ​ຖ້ຳ. ພາຍ​ໃນ​ຖ້ຳກໍ​ຈະ​ມີ​ຫິນ​ງອກ​ຫິນ​ຍ້ອຍ​ໃຫ້​ໄດ້​ຊົມ ​ເໝາະ​ສຳລັບ​ຄົນ​ມັກ​ທ່ຽວ​ແບບ​ທຳ​ມະ​ຊາດ ​ໃຊ້​ເວລາ​ປະມານ 20 ນາທີ ​ໃນ​ການ​ລ່ອງ​ເຂົ້າ​ໄປ​ໃນ​ຖ້ຳ ​ແລະ ຕ້ອງ​ເກາະ​ເຊືອກ​ດຶງ​ໄປ​ເລື້ອຍໆ ສຳລັບ​ດ້ານ​ນອກ​ກໍ​ສາມາດ​ຫລິ້ນນ້ຳ​ໄດ້​ຕາມ​ປົກກະຕິ.

ພາບ​: laophattananews.com

6. ​ແມ່ນ້ຳຊອງ: ​ເປັນ​ແມ່ນ້ຳສາຍ​ຫລັກ​ເອີ້ນວ່າ​: ​….

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page