top of page
Search

7 ປະເພດຂອງຄໍາໃນພາສາລາວ​ນຳ​ກັນ

  • Writer: Superphil Phil
    Superphil Phil
  • May 4, 2020
  • 1 min read

ຮູ້​ລະ​ອຽດ 7 ປະເພດຂອງຄໍາໃນພາສາລາວ​

ສ​ປ​ປ ລາວ ກໍ່​ມີ​ພ​າ​ສາ​​ມີ​ປະ​ເພດ​ຂອງ​ພາ​ສາ​ນັ້ນໆຄື​ກັບພາ​ສາ​ອື່ນໆ​ໃນ​ທົວ​ໂລກ, ກ່ອນຈະສື່ສານທາງພາສາລາວໄດ້ຢ່າງຖືກຕ້ອງເຮົາຕ້ອງມາຮູ້ຈັກກັບ 7 ປະເພດຄໍາເວົ້າໃນພາສາລາວນີ້ໃຫ້ລະອຽດກັນ​ກ່ອນ.

ປະເພດຄໍາເວົ້າໃນພາສາລາວແບ່ງອອກເປັນ 7 ປະເພດ ຄື: ຄໍານາມ ຄໍານາມ ແມ່ນ ຄໍາທີ່ໃຊ້ເອີ້ນຊື່ ຫຼື ບອກຊື່ ຂອງຄົນ, ສັດ, ສະຖານທີ່, ວັດຖຸສິ່ງຂອງທັງທີ່ເປັນຮູບປະທໍາ ແລະ ນາມມະທໍາ. ຕົວຢ່າງ: ບ້ານສີບຸນເຮືອງ, ທ້າວຄອນສະຫວັນ, ຄວາຍ, ໂຕະ, ຕັ່ງ… 2. ຄໍາແທນນາມ ( ຄໍາສັບພະນາມ )

ຄໍາແທນນາມ ແມ່ນ ຄໍາທີ່ໃຊ້ແທນຄໍານາມ ເພື່ອບໍ່ໃຫ້ລື້ມຄໍາເກົ່າ. ຕົວຢ່າງ: ຂ້ອຍ, ເຈົ້າ, ເຮົາ, ເພິ່ນ, ໂຕ,ລາວ… ຄໍາກໍາມະ ( ຄໍາກິລິຍາ ຫຼື ຕົວສໍາແດງ )

ຄໍາກໍາມະ ແມ່ນ ຄໍາທີ່ສະແດງອາການເຄື່ອນໄຫວຂອງຄໍານາມ ແລະ ຄໍາແທນນາມ ຢູ່ໃນປະໂຫຍກໜຶ່ງໆເຊັ່ນ: ກິນ, ເຮັດ, ໄປ, ຮຽນ, ນັ່ງ, ນອນ…ຕົວຢ່າງ: ຂ້ອຍ ກິນ ເຂົ້າ, ເຈົ້າ ໄປ ໂຮງຮຽນ… ຄໍາຄຸນນາມ ( ຄໍາວິເສດ )

ຄໍາຄຸນນາມ ແມ່ນ ຄໍາທີ່ສະແດງເຖິງລັກສະນະຂອງຄໍານາມ, ຄໍາແທນນາມ, ຄໍາກໍາມະ ແລະ ຄໍາຄຸນນາມ. ຕົວຢ່າງ: ເຈົ້າເປັນຄົນງາມ, ລາວເປັນຄົນຂາວ, ເຮືອນຫຼັງນີ້ກວ້າງ… ຄໍາເຊື່ອມ ( ຄໍາບຸບພະບົດ )

ຄໍາເຊື່ອມ ແມ່ນ ຄໍາທີ່ໃຊ້ເຊື່ອມລະຫວ່າງ ຄໍານາມກັບຄໍານາມ, ຄໍານາມກັບຄໍາແທນນາມ, ຄໍານາມກັບຄໍາກໍາມະ ແລະ ຄໍາກໍາມະກັບຄໍາກໍາມະ ເຊັ່ນ: ເຊິ່ງ ,ສູ່, ດ້ວຍ, ໂດຍ, ຍ້ອນ, ຕໍ່, ເພື່ອ, ແດ່, ເພາະ, ຈົນ, ຮອດ, ໃກ້,ໄກ, ແທ້ແລ, ແທ້ນາ, ຊັ້ນແລ້ວ… ຄໍາຕໍ່ ( ຄໍາສັນທານ )

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Commentaires


© 2023 by NOMAD ON THE ROAD. Proudly created with Wix.com

bottom of page