top of page
Search

3 ບໍລິສັດຮ່ວມ​ມືກັນ ເພື່ອພັດທະນາໂຄງການພາຫະນະທີ່ແລ່ນດ້ວຍໄຟຟ້າ.

  • Writer: Superphil Phil
    Superphil Phil
  • Oct 26, 2020
  • 1 min read

3 ບໍລິສັດຮ່ວມ​ມືກັນ ເພື່ອພັດທະນາໂຄງການພາຫະນະທີ່ແລ່ນດ້ວຍໄຟຟ້າ. ສປປ ລາວ ໄດ້ດໍາເນີນການພັດທະນາອຸດສາຫະກໍາພະລັງງານໄຟຟ້າ ຕາມແນວທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໂດຍອີງໃສ່ແຫຼ່ງນ້ຳທຳມະຊາດທີ່ມີຢູ່ຢ່າງອຸດົມສົມບູນເປັນທ່າແຮງນັ້ນແມ່ນຖືກຕ້ອງ, ສອດຄ່ອງກັບເງື່ອນໄຂ ທັງສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງເພື່ອນມິດ, ສາກົນ ທີ່ຕ້ອງການພະລັງງານທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມຍືນຍົງ.

ພາບ: laoedaily.com

ມາຮອດປັດຈຸບັນຂະແໜງອຸດສາຫະກຳໄຟຟ້າຢູ່ ສປປ ລາວ ໄດ້ເປັນຜູ້ເຮັດບົດບາດທີ່ສຳຄັນ ແລະ ມີລັກສະນະເປັນພື້ນຖານ ໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ, ອຸດສາຫະກໍາໄຟຟ້າ ໄດ້ກາຍເປັນຂະແໜງເສດຖະກິດທີ່ມີບົດບາດສຳຄັນໃນລະບົບເສດຖະກິດແຫ່ງຊາດຂອງ ສປປ ລາວ ເຊິ່ງສາມາດດຶງດູດການມາລົງທຶນຂອງຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ແລະ ໄດ້ຮັບການສະໜັບສະໜູນຈາກເພື່ອນມິດ – ສາກົນຢ່າງໜັກແໜ້ນກວ້າງ ຂວາງ. ໂຄງການພັດທະນາການນຳໃຊ້ພາຫະນະທີ່ແລ່ນດ້ວຍກະແສໄຟຟ້າ ແລະ ການສົ່ງເສີມການນຳໃຊ້ໄຟຟ້າເຂົ້າໃນລະບົບຄົມມະນາຄົມ – ຂົນສົ່ງຢູ່ ສປປ ລາວ ແມ່ນບັນຫາໜຶ່ງທີ່ສຳຄັນ ແລະ ຖືກກຳນົດເຂົ້າຢູ່ໃນແຜນຍຸດທະສາດ ແຕ່ນີ້ຮອດປີ 2025 ແລະ ວິໄສທັດຮອດປີ 2030 ກ່ຽວກັບການພັດທະນາວຽກງານພະລັງງານ, ແນໃສ່ຂຸດຄົ້ນນຳໃຊ້ກຳລັງແຮງດ້ານພະລັງງານທີ່ພວກເຮົາຜະລິດໄດ້ຢູ່ພາຍໃນປະເທດໃຫ້ເກີດປະໂຫຍດສູງສຸດໃນທຸກຮູບແບບ, ຫຼຸດຜ່ອນການນຳເຂົ້ານໍ້າມັນເຊື້ອໄຟ ແລະ ການປະເຊີນໜ້າກັບຄວາມສ່ຽງກ່ຽວກັບລາຄານໍ້າມັນ ແລະ ແມ່ນການສົ່ງເສີມການນຳໃຊ້ພະລັງງານທີ່ສະອາດ, ຫຼຸດຜ່ອນມົນລະພິດ ຕິດພັນກັບການສົ່ງເສີມຄຸນນະພາບຊີວິດ ແລະ ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ ໃນໄລຍະໃໝ່ຕາມທິດປະຢັດ, ສີຂຽວ ແລະ ຍືນຍົງ. 3 ບໍລິສັດຈັບມືກັນ ເພື່ອພັດທະນາໂຄງການພາຫະນະທີ່ແລ່ນດ້ວຍໄຟຟ້າ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page