3 ຄຳສັບຫຼາຍຄວາມໝາຍ”ເຂົ້າ”,”ກາງ” ແລະ “ຄັນ”
- Superphil Phil
- Mar 31, 2020
- 1 min read
ຄຳສັບຫຼາຍຄວາມໝາຍ”ເຂົ້າ”,”ກາງ” ແລະ “ຄັນ”, ……ພາສາລາວມີຄຳສັບຫຼາຍຄວາມໝາຍຫລາຍຄຳ ແຕ່ໃນທີ່ນີ້ເຮົາຈະເລືອກເອົາ 3 ຄຳມາອະທິບາຍກັນພໍຄ້າວໆເສຍກ່ອນ.
#ຄຳສັບຫຼາຍຄວາມໝາຍ
ໝາຍເຖິງຄຳທີ່ປະກອບຈາກ ພະຍັນຊະນະແກນ + ສະຫຼະ + ຕົວສະກົດ + ວັນນະຍຸດ ຕາມຫຼັກການປະກອບເປັນພະຍາງ ສາມາດອ່ານອອກສຽງໄດ້ສຽງໜຶ່ງ ແຕ່ມີຫຼາຍຄວາມໝາຍ ແລະຫຼາຍປະເພດຂອງຄຳເວົ້າ.
ຕົວຢ່າງ 1: ຄຳວ່າ “ເຂົ້າ” ມີຄວາມໝາຍຫຼາຍຢ່າງຄື 1. ເປັນຄຳນາມ ໝາຍເຖິງ ອາຫານທີ່ເປັນທາດແປ້ງ ປະກອບມີ ເຂົ້າຈ້າວ, ເຂົ້າໜຽວ. ກົງກັບພາສາອັງກິດວ່າ Rice
2. ເປັນຄຳກຳມະ ແປວ່າ ຈາກນອກໄປສູ່ໃນເຊັ່ນ ເຂົ້າໃນເຮືອນ, ເຂົ້າຫ້ອງ ກົງກັບພາສາອັງກິດວ່າ entry, come in, go in ….
3. ເປັນຄຳກຳມະ ແປວ່າ ຮັບຮູ້, ຮູ້ແລ້ວ ເຊັ່ນ ເຂົ້າໃຈ ກົງກັບພາສາອັງກິດວ່າ Understand
4. ເປັນຄຳກຳມະ ແປວ່າໄປກັນໄດ້ດີ, ກົມກຽວກັນດີເຊັ່ນ ເຂົາຂາ, ເຂົ້າຄໍ, ເຂົ້າຄູ່…
5. ເປັນຄຳຄຸນນາມ ແປວ່າ ຄົມ ເຊັ່ນ ພ້າເຂົ້າ, ມີດເຂົ້າ…
ຕົວຢ່າງ 2. ຄຳວ່າ “ກາງ”
1. ເປັນຄຳຄຳນາມ ໝາຍເຖິງບ່ອນຢູ່ກາງຂອງສິ່ງໃດໜຶ່ງເຊັ່ນ ໃຈກາງເມືອງ, ສູນກາງ ກົງກັບພາສາອັງກິດວ່າ center (centre)
2. ເປັນຄຳຄຸນນາມ ໝາຍເຖິງກະເທີນ, ເຄິ່ງໆກາງໆເຊັ່ນ ຮັກກັນພໍເຄິ່ງໆກາງໆ (ຮັກແບບກະເທີນ) ແລະໝາຍເຖິງເລິກເຂົ້າໄປ ເລິກຈາກຂອກເຊັ່ນ ກາງນໍ້າ, ກາງປ່າ, ກາງບ້ານ…
3. ຄຳຄຸນນາມ ແປວ່າ ພຽງ, ຮອດ ເຊັ່ນ ນໍ້າພຽງກາງຂາ, ກາງຂີດ…
4. ຄຳກຳມະ ແປວ່າ ແຜ່, ພື ສິ່ງໃດໜຶ່ອອກເຊັ່ນ ກາງມຸ້ງ, ກາງແຂນອອກ, ກາງຂາອອກ..
5. ກຳມະ ແປວ່າຫ້າງ ຫຼື ເອົາສິ່ງໃດໜຶ່ງໄປໃສ່ໄວ້ເຊັ່ນ ກາງສ້ອນ, ກາງໄຊ….
ຕົວຢ່າງ 3: ຄຳວ່າ “ຄັນ” 1. ຄຳນາມ ແປວ່າ ບ່ອນຈັບ ຫຼື ດ້າມທີ່ຍາວໆເຊັ່ນ ຄັນເບັດ, ຄັນແຮ້ວ, ຄັນຕາລະບັດ…
2. ຄຳນາມ ດິນທີ່ເປັນນູນຍາວໆໄປ ເຊັ່ນ ຄັນນາ, ຄັນຄູ…
3. ກຳມະ ແປວ່າ ອາການເປັນຕຸ່ມ ທີ່ເຮັດໃຫ້ຢາກເກົາເຊັ່ນ ຄັນຂາ, ຄັນແຂນ, ຄັນຕຸ່ມ…
4. ຄຳຊ່ວຍກຳມະ ໝາຍເຖິງ ເມື່ອ ຫາກ ຍາມ ເຊັ່ນ ຄັນວ່າ, ຄັນຫາ, ຄັນຊັ້ນ, ຄັນໄດ້ໄປ, ຄັນໄດ້ມາ, ຄັນໄດ້ກິນ…
5. ຄຸນນາມ ໝາຍເຖິງລັກສະນະຂອງຄົນມີກາມຕັນຫາຫຼາຍ ກົງກັບຄຳວ່າຄຽວ ເຊັ່ນ ຈັ່ງແມ່ນມັນຄັນ, ໂຄຍຄັນໂຄຍຄຽວ…
ການນຳໃຊ້ ຄຳສັບຫຼາຍຄວາມໝາຍ ເຫຼົ່ານີ້ຕ້ອງເບິ່ງຕາມບໍລິບົດ ແລະກາລະເທສະຂອງມັນ ໂດຍທຸກຄົນທີ່ເປັນເຈົ້າຂອງພາສາຈະຮູ້ດີ ເຊິ່ງບໍ່ສະເພາະແຕ່ພາສາລາວເທົ່ານັ້ນ ໃນບັນດາພາສາຕ່າງໆໃນໂລກນີ້ລ້ວນແຕ່ມີຄຳສັບທີ່ມີຫຼາຍຄວາມໝາຍ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
ແຫລ່ງທີ່ມາ: fb #ປ່ອງຢ້ຽມພາສາລາວ
Comments