10 ສະຖານທີ່ທີ່ຕ້ອງໄປຈັກຄັ້ງໜືງໃນ ສປປ ລາວ
- Superphil Phil
- Mar 16, 2020
- 1 min read
ຫາກຈະເວົ້າເຖິງແຫລ່ງທ່ອງທຽວໃນ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ລາວເປັນອີກປະເທດໜືງທີ່ມີແຫລ່ງທ່ອງທຽວທາງທຳມາດຊາດທີ່ສ່ວຍງາມ ແລະ ຕ້ອງໄດ້ໄປໃຫ້ໄດ້ຈັກຄັ້ງໜືງໃນຊິວິດ.
1.ຖ້ຳຕິ່ງ ( ຖ້ຳປາກອູ )
ບ້ານ ແລະ ເມືອງປາກອູ, ຫ່າງຈາກຕົວເມືອງຫຼວງພະບາງໄປທາງເໜືອຕາມລຳນ້ຳຂອງ ປະມານ 32 ກມ, ເຊິ່ງສະດວກທີ່ສຸດແມ່ນເດີນທາງໄປທາງເຮືອ ລ່ອງໄປຕາມລຳນ້ຳຂອງ ໂດຍມີເຮືອບໍລິສັດທ່ອງທ່ຽວ ແລະ ເຮືອເອກະຊົນຈຳນວນໜຶ່ງ
ໄວ້ຄອຍບໍລິການທ່ານເປັນປະຈຳທຸກມື້. ຖ້ຳດັ່ງກ່າວປະກອບດ້ວຍ 2 ຖ້ຳ ຄື: ຖ້ຳຕິ່ງລຸ່ມ ແລະ ຖ້ຳຕິ່ງເທິງ, ເປັນຖ້ຳທຳມະຊາດທີ່ເກີດຈາກໜ່ວຍພູໜຶ່ງທີ່ຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງເບື້ອງທິດຕາເວັນຕົກ ກົງກັນຂ້າມກັບບ້ານປາກອູ ( ບ່ອນນ້ຳອູໄຫຼລົງໃສ່ນ້ຳຂອງ ).
ຖ້ຳຕິ່ງເປັນບ່ອນສັກກາລະບູຊາທາງສາດສະໜາເປັນທີ່ນັບຖືຂອງປະຊາຊົນຂົງເຂດນີ້ທີ່ຍັງຄົງຖືຜີ ຫຼື ເທວາພິບານທຳມະຊາດຢູ່. ຖ້ຳຕິ່ງເປີດໃຫ້ເຂົ້າທ່ຽວຊົມທຸກມື້ ເວລາ 8:00–16:30ໂມງ.
…
5.ຄອນພະເພັງ

micat.gov.la
ຄອນພະເພັງແມ່ນໜຶ່ງໃນຈຳນວນນ້ຳຕົກຕາດຂອງສາຍພູເຫຼັກອັນຍາວຢຽດ ຂະໜານຕາມລຳນ້ຳຂອງຕອນໃຕ້ ຂອງລາວ, ເຊິ່ງນອນຢູ່ໃນດິນແດນເຂດມະຫານະທີສີພັນດອນ ທີ່ຍາວເຖິງ 15 ກມ ແລະ ໄດ້ຮັບການຂະໜານ ນາມວ່າ “ ໄຂ່ມຸກແຫ່ງແມ່ນ້ຳຂອງ “ມີຄວາມງົດງາມໜ້າອັດສະຈັນໃຈ ຍາກທີ່ຈະຫາບ່ອນອື່ນໃດມາປຽບປານ. ຄອນພະເພັງເປັນນ້ຳຕົກຕາດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ( ອາຊຽນ ),
ເຊິ່ງໃນລະດູຝົນຂອງທຸກໆປີ ຄອນພະເພັງຈະມີປະລິມານນ້ຳຫຼາຍ ກະແສນ້ຳໄຫຼແຮງຄົດລ້ຽວ ແລະ ໂຫດຮ້າຍ. ຄອນພະເພັງເຕັມໄປດ້ວຍ ໂງ່ນຫີນທີ່ຢັ່ງຢາຍກັນໄປ ປະກອບກັບພາບການຫາປາຂອງຊາວປະມົງ ແຖວນີ້ເປັນພາບ ບັນຍາກາດອັນໜ້າ ຕິດຕາຕຶງໃຈຫຼາຍ.ຄອນພະເພັງຕັ້ງຢູ່ເຂດບ້ານທ່າຄູ້ ຫ່າງຈາກເທດ ສະບານເມືອງໂຂງໄປປະມານ 148 ກມ.
…
10.ລ່ອງເຮືອນ້ຳຊ່ອງ

micat.gov.la
ເມືອງວັງວຽງເປັນເມືອງນ້ອຍໆແຕ່ມີຊື່ສຽງໂດ່ງດັງໄປທົ່ວໂລກເນື່ອງຈາກຄວາມງົດງາມຂອງຕົວເມືອງ ທີ່ໂອບອ້ອມໄປດ້ວຍພູຜາ ແລະ ສາຍນ້ຳຊອງ ກາຍເປັນສະຫວັນອັນນ້ອຍໆຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ໄດ້ຮັບສົມຍານາມວ່າເປັນ “ ກຸ້ຍຫຼິນແຫ່ງເມືອງລາວ “ ເຊິ່ງຄ້າຍຄືກັບເມືອງກຸ້ຍຫຼິນໃນ ສປ ຈີນ. ເມືອງທ່ອງທ່ຽວຍອດນິຍົມນີ້ຢູ່ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດເໜືອພຽງ 160 ກມ, ຈຶ່ງເປັນທີ່ນິຍົມຂອງນັກທ່ອງທ່ຽວຕ່າງຊາດທີ່ເດີນທາງມາປະເທດລາວ ແລະ ຍັງເປັນທີ່ນິຍົມໃນໝູ່ຄົນລາວເອງ ທີ່ຕ້ອງການພັກຜ່ອນທ້າຍອາທິດ,
ເມືອງວັງວຽງມີກິດຈະກຳການທ່ອງທ່ຽວພະຈົນໄພຫຼາກຫຼາຍຢ່າງ, ບໍ່ວ່າຈະເປັນການພາຍເຮືອຄາຍັກ ຫຼື ການພະຈົນໄພປີນໄຕທ່ຽວຖ້ຳງາມໂດຍສະເພາະຖ້ຳຈັງ, ຖ້ຳຊ້າງ, ຖ້ຳຫອຍ, ຖ້ຳປູຄຳ, ຖ້ຳນອນ ແລະ ຖ້ຳຜາຕັ້ງ.ອີກກິດຈະກຳໜຶ່ງທີ່ພາດບໍ່ໄດ້ແມ່ນການຂີ່ກົງເບັງລ່ອງລົງຕາມລຳນ້ຳຊອງ ຫຼົງໄຫຼໄປກັບທຳມະຊາດຜູພາອັນງົດງາມຮູ້ສຶກຜ່ອນຄາຍທີ່ສຸດພໍປານວ່າເວລາໄດ້ຢຸດເດີນໃນຂະນະນັ້ນ.
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments