ລາວຕິດອັນດັບ 8 ຂອງໂລກປະເທດທີ່ມີເນື້ອທີ່ປ່າປົກຫຸ້ມຫຼາຍທີ່ສຸດ
- Superphil Phil

- Mar 18, 2020
- 1 min read
World Atlas ເຜີຍແຜ່ຂໍ້ມູນປະເທດທີ່ມີປ່າໄມ້ປົກຫຸ້ມຫຼາຍທີ່ສຸດໃນໂລກ, ລາວ ຕິດອັນດັບ 8 ມີພື້ນທີ່ປ່າໄມ້ກວມເອົາ 79.65% ຂອງເນື້ອທີ່ທັງໝົດ. ຂໍ້ມູນດັ່ງກ່າວອັບເດດຫຼ້າສຸດເມື່ອວັນທີ 5 ມິຖຸນາ 2019 ທີ່ຜ່ານມາ ໂດຍອີງໃສ່ໂຕເລກຈາກ World Bank ເຊິ່ງໃນການຈັດອັນດັບຂອງ World Atlas ມີທັງໝົດ 25 ປະເທດ ແລະ ປະເທດທີ່ມີເນື້ອທີ່ປ່າໄມ້ຫຼາຍທີ່ສຸດແມ່ນ ຊູຣີນາເມ ເຊິ່ງຫຼາຍເຖິງ 98.33% ຂອງປະເທດ. ທັງນີ້ ລາວເປັນໜຶ່ງໃນ 3 ປະເທດຂອງອາຊຽນທີ່ຕິດໃນການຈັດອັນດັບດັ່ງກ່າວ ໂດຍອີກ 2 ປະເທດປະກອບດ້ວຍ ມາເລເຊຍ ແລະ ບຣູໄນ.
ອາດຍ້ອນພື້ນທີ່ປ່າໃນລາວກໍຍັງບໍ່ຖືກຮຸກຮານຫຼາຍ ເນື່ອງຈາກກິດຈະກຳຂອງມະນຸດຖືກຈຳກັດ ໂດຍໃນປະເທດເຫຼົ່ານີ້ລ້ວນແລ້ວແຕ່ບໍ່ມີເສດຖະກິດທີ່ອີງໃສ່ອຸດສາຫະກຳ ເຮັດໃຫ້ພື້ນທີ່ດິນຖືກທຳລາຍໜ້ອຍ.

ພາບ: PXHere
ລາວເປັນອັນດັບ 1 ຂອງອາຊຽນ ປະເທດທີ່ມີປ່າໄມ້ປົກຫຸ້ມຫຼາຍທີ່ສຸດຈາກໂຕເລກການຈັດອັນດັບເຫັນໄດ້ຢ່າງຊັດເຈນວ່າ 3 ອັນດັບທຳອິດມີອັດຕາສ່ວນເນື້ອທີ່ປ່າສູງຫຼາຍ ເຊິ່ງຂໍ້ມູນລະບຸວ່າ ສາເຫດແມ່ນຍ້ອນປະເທດເຫຼົ່ານີ້ມີເນື້ອທີ່ ແລະ ປະຊາກອນໜ້ອຍ. ຂະນະດຽວກັນເນື້ອທີ່ສ່ວນໃຫຍ່ຂອງປະເທດກໍເປັນພູສູງ ເຮັດໃຫ້ປະຊາຊົນສ່ວນໃຫຍ່ອາໄສຢູ່ແຕ່ໃນເຂດທົ່ງພຽງ ເຊິ່ງສາມາດໄປມາສະດວກກວ່າ.
ລຸ່ມນີ້ແມ່ນ 25 ປະເທດທີ່ມີພື້ນທີ່ປ່າຫຼາຍທີ່ສຸດໃນໂລກ:
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido




Comments