ຖ້ຳນາງແອ່ນ ແລະ ຖໍ້າກອງລໍ ສະຖານທີ່ນັກທ່ອງທ່ຽວປະທັບໃຈ
- Superphil Phil

- Mar 20, 2020
- 1 min read
ປະເທດລາວ ມີຄວາມເປັນມາດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຈົນໄດ້ມາສຳຜັດດ້ວຍຕົວເອງ ຈຶ່ງສາມາດເວົ້າໄດ້ວ່າປະເທດລາວ ກໍມີແຫລ່ງທ່ອງທ່ຽວ ຫລາຍແຫ່ງທີ່ໜ້າທ່ຽວຊົມ, ສິ່ງທີ່ປະທັບໃຈໃນລາວ ອັນດັບທຳອິດແມ່ນສະພາບແວດລ້ອມ ທຳມະຊາດມີຄວາມສວຍງາມ ແລະ ສະຫງົບລຽບງ່າຍ.
ປະເທດລາວກໍເປັນປະເທດໜຶ່ງ ທີ່ມີປະຫວັດຄວາມເປັນມາ, ວັດທະນະທຳຮີດຄອງ ປະເພນີອັນດີງາມ ແລະ ທໍາມະຊາດທີ່ສວຍງາມ ທີ່ເປັນສິ່ງດຶງດູດຈິດໃຈໜ້າຕື່ນເຕັ້ນ ເມື່ອຜູ້ທີ່ໄດ້ມາພົບເຫັນເປັນຕົ້ນ ມໍລະດົກດ້ານວັດທະນະທໍາວັດເກົ່າແກ່ລືຊື່ ທີ່ມີເອກະລັກສວຍງາມ ຖືກສ້າງຂຶ້ນໄດ້ຫລາຍທົດສະວັດ ນອກນັ້ນແຫລ່ງທ່ອງທ່ຽວ ທາງທໍາມະຊາດຖໍ້າ ທີ່ມີຊື່ສຽງລະດັບແນວໜ້າຂອງໂລກ ຍ້ອນວ່າເປັນຖໍ້າທີ່ມີ ສາຍນໍ້າຫີນບູນໄຫລ ຜ່ານອຸໂມງຂອງພູຫີນບູນເຂົ້າໄປ ແລ້ວປ່ອງໃສ່ ແມ່ນໍ້າຂອງ ເຊິ່ງມີສະເໜ່ດຶງດູດທີ່ສຸດ ເພາະທາງໃນຖໍ້າມີແກ້ງ, ຫີນຍ້ອຍ, ຫາດຊາຍ ທີ່ສວຍງາມຈຳນວນ 20 ກວ່າຈຸດເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມ.ບັນດານັກທ່ອງທ່ຽວ ສາມາດຂີ່ເຮືອລອດຜ່ານເຂົ້າໄປ ໃນຖ້ຳໄດ້ຕະຫລອດເປັນສິ່ງປະທັບໃຈ ແລະ ໜ້າຕື່ນເຕັ້ນຫລາຍ

ຖ້ຳນາງແອ່ນ.(ພາບ: ຂປລ)
ຖ້ຳນາງແອ່ນ ຕັ້ງຢູ່ເຂດບ້ານພິນ ເມືອງທ່າແຂກ ແຂວງຄຳມ່ວນ ໄປຕາມເສັ້ນທາງເລກ 12 ປະມານ 19 ກິໂລແມັດ ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມສົນໃຈຫລາຍສົມຄວນ ເນື່ອງຈາກວ່າສະຖານທີ່ທ່ອງທ່ຽວແຫ່ງນີ້ ມີຄວາມງາມທີ່ເປັນເອກະລັກແບບທຳມະຊາດ ໂດຍສະເພາະກໍ່ແມ່ນຫີນງອກທີ່ປົ່ງຊ້ອນຂຶ້ນພາຍໃນຖ້ຳ ນອກຈາກນັ້ນ ຍັງມີການຂີ້ເຮືອລອດຖ້ຳ ສຳພັດກັບບັນຍາກາດຄວາມງົດງາມ, ຄວາມເຢັນທີ່ມີຄວາມຄ້າຍຄືກັບ ຖ້ຳກອງລໍນາຕານ, ເຊິ່ງເປັນຖ້ຳທີ່ມີຊື່ສຽງຂອງແຂວງຄຳມ່ວນ.ຖ້ຳນາງແອ່ນ.(ພາບ: ຂປລ)ພ້ອມກັນນັ້ນ ຖ້ຳນາງແອ່ນຍັງເປັນສະຖານທີ່ພັກຜ່ອນ ທີ່ໄດ້ຮັບຄວາມນິຍົມຂອງບັນດາປະຊາຊົນທ້ອງຖິ່ນ ເຊິ່ງຈະເຫັນໃນງານເທດສະການທີ່ສຳຄັນຕ່າງໆ ເປັນຕົ້ນ ແມ່ນບຸນປີໃໝ່ສາກົນ, ປີໃໝ່ລາວ ແລະ ອື່ນໆ, ໂດຍສ່ວນໃຫຍ່ແລ້ວຜູ້ຄົນຈະນິຍົມກັນໄປກິນເຂົ້າປ່າ ເນື່ອງຈາກວ່າ ທຳມະຊາດອ້ອມຂ້າງບໍລິເວນ ຖ້ຳດັ່ງກ່າວ ລ້ວນແຕ່ມີປ່າໄມ້ທີ່ອຸດົມສົມບູນໃຫ້ຄວາມສົດຊື່ນ. ນອກຈາກນີ້, ພາຍໃນຖ້ຳດັ່ງກ່າວ ກໍ່ມີມົນສະເໜ່ດຶງດູດໃຈອັນບໍ່ພຽງແຕ່ມີຫີນງອກທີ່ງົດງາມແລ້ວ ຍັງມີທັດສະນິຍະພາບອັນໜ້າປະທັບໃຈ ບໍ່ວ່າຈະເປັນຂະໜາດຄວາມກວ້າງ ໂດຍສະເລ່ຍແລ້ວ ຖໍ້ານາງແອ່ນມີຄວາມຍາວເຖິງ 1,5 ກິໂລແມັດ ສຳລັບຄວາມສູງຈາກອຸບໂມງຫາພື້ນຖ້ຳ ແມ່ນມີຂະໜາດບໍ່ສະເໝີກັນ ໂດຍສະ ເລ່ຍຈະຢູ່ ລະຫວ່າງ ລວງສູງປະມານ 30 ແມັດ.

ຖໍ້າກອງລໍ. (ພາບ: ຂປລ)
ຖໍ້າກອງລໍ ສະຖານທີ່ທ່ອງທ່ຽວ ອີກແຫ່ງໜຶ່ງທີ່ສວຍງາມ ແລະ ໜ້າທ່ຽວຊົມຂອງແຂວງຄຳມ່ວນ ເໝາະສຳລັບຜູ້ທີ່ມັກທ່ຽວແບບປະຈົນໄພ, ຂີ່ເຮືອລອດຖ້ຳຊົມຄວາມງົດງາມຂອງຫີນງອກ, ຫີນຍ້ອຍ ຄວາມເຢັນຂອງສາຍນ້ຳ, ເຊິ່ງເປັນປະກົດການທີ່ທຳມະຊາດສ້າງຂຶ້ນ ແລະ ເປັນທີ່ຕື່ນຕາຕື່ນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວ.ຖໍ້າກອງລໍ. (ພາບ: ຂປລ)ຖ້ຳກອງລໍເປັນຖ້ຳທີ່ເກີດຈາກນ້ຳຫີນບູນ ໄຫລຊອດອອກມາຕາມສາຍພູ ທີ່ຂັ້ນກັນລະຫວ່າງບ້ານກອງລໍ (ເມືອງຄູນຄຳ) ແລະ ບ້ານນາຕານ (ເມືອງນາກາຍ), ມີຄວາມຍາວປະມານ 7,5 ກິໂລແມັດ, ຖ້າວັດແທກ ຂ້າງໃນຂອງຖ້ຳແລ້ວຈະຍາວເຖິງ 12 ກິໂລແມັດ, ທາງໃນຂອງຖ້ຳມີຫີນງອກ, ຫີນຍ້ອຍ, ແກ້ງຫີນ, ຫາດຊາຍມີອາກາດເຢັນ ແລະ ມຶດສະນິດ, ການເຂົ້າຊົມຖ້ຳຕ້ອງໄດ້ໃຊ້ເຮືອຈັກຫາງຍາວ ຂອງຊາວບ້ານ (ສະມາຄົມເຮືອບໍລິການ), ປາກຖ້ຳເບື້ອງບ້ານກອງລໍ ມີວັງນ້ຳໃຫຍ່ໃສ່ສີຟ້າ ມີປາຫລາຍຊະນິດ, ສ່ວນຖ້ຳແມ່ນຕັ້ງຢູ່ເມືອງຄຸນຄຳ.
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido




Comments