ກົມສົ່ງເສີມການຄ້າສາກົນຈັດງານວາງສະແດງສິນຄ້າ LAO ITEC
- Superphil Phil

- Mar 16, 2020
- 1 min read
ຫ້ອງການສົ່ງເສີມການຄ້າຕ່າງປະເທດພະແນກສົ່ງເສີມການຄ້າສາກົນ ກະຊວງການຄ້າແຫ່ງຣາຊະອານາຈັກໄທ ໄດ້ຈັດພິທີຖະແຫລງຂ່າວການຈັດງານວາງສະແດງ “ ສິນຄ້າໄທ Top Thai Brands 2020” ພາຍໃຕ້ແນວຄວາມຄິດ “ ໄທ – ລາວຕໍ່ຍອດອະນາຄົດເພື່ອເປີດໂລກການຄ້າໄຮ້ພົມແດນ” ເຊິ່ງຖືວ່າເປັນໜຶ່ງໃນງານວາງສະແດງສິນຄ້າທີ່ຍິງໃຫຍ່ໃນລາວ.ໄດ້ຈັດຂື້ນໃນລະຫວ່າງວັນທີ 4-8 ມີນາ 2020 ເປັນເວລາທັງໝົດ 5 ວັນ ທີ່ສູນວາງສະແດງສິນຄ້າລາວ – ໄອເຕັກ (ຕຶກເກົ່າ), ນະຄອນຫຼວງວຽງຈັນໂດຍມີ ທ່ານນາງ ປະວິດຕຣາ ມວງສະກຸນ ທີ່ປຶກສາດ້ານການຄ້າທີ່ວຽງຈັນ, ທ່ານນາງ ຈັນທະຈອນ ວົງໄຊ (ຮອງປະທານສະພາການຄ້າ ແລະອຸດສະຫະ ກຳ ແຫ່ງຊາດລາວ), ທ້າວຈັນສະມອນ ສີສະອາດ (ຮອງຫົວໜ້າກົມສົ່ງເສີມການຄ້າລາວ ກະຊວງອຸດສາຫະກຳ ແລະ ການຄ້າ)

ພາບຈາກ thairath.co.th
ການສະແດງສິນລະປະວັດທະນະທຳ. ແລະ ກິດຈະກຳຊິງລາງວັນປະຈຳວັນ, ລວມໄປທັງໂຊນການເຈລະຈາທຸລະກິດການຄ້າທີ່ເຮົາມີການເຮັດ Business Matching ຫລາຍກວ່າ 200 ບໍລິສັດສະນັ້ນພວກເຮົາຈຶ່ງຂໍເຊີນຊວນນັກທຸລະກິດແລະພາກສ່ວນທີ່ສົນໃຈອື່ນໆມາທ່ຽວຊົມງານວາງສະແດງທຸກໆມື້ແຕ່ວັນທີ 4-8 ມີນາ 2020 ຕັ້ງແຕ່ເວລາ 10.00-21.00 ໂມງ ທີ່ສູນວາງສະແດງສິນຄ້າລາວ – ໄອເຕັກ (ຕຶກເກົ່າ), ນະຄອນຫຼວງວຽງຈັນ.ສາມາດຕິດຕາມລາຍລະອຽດເພີ່ມເຕີມໄດ້ທີ່ “ການຈັດງານຄັ້ງນີ້ ຖືວ່າເປັນການເຊື່ອມຕໍ່ການພົວພັນທາງການຄ້າກັບປະເທດເພື່ອນບ້ານທີ່ໃກ້ຄຽງທີ່ສຸດ. ເພາະວ່າປະເທດໄທແລະລາວຖືກຖືວ່າເປັນປະເທດທີ່ມີມູນຄ່າການຄ້າລະຫວ່າງກັນເປັນຈ່ຳນວນຫລາຍ, ລວມທັງສອງປະເທດມີການຮ່ວມມືດ້ານເສດຖະກິດຜ່ານໂຄງການລະດັບມະຫາພາກ, ທັງກໍ່ສ້າງຂົວມິດຕະພາບລະຫວ່າງສອງປະເທດ ເພື່ອປະໂຫຍດຂອງການຂົນສົ່ງຜະລິດຕະພັນສິນຄ້າ ການຊື້ຂາຍພະລັງງານໄຟຟ້າແລະ ອື່ນໆເປັນຕົ້ນ. ດັ່ງນັ້ນການຈັອງານອັ່ງກ່າວຈິງເປັນການເຊື່ອມຕໍ່ການຄ້າໃນລະດັບປະຊາຊົນ ແລະ ສ້າງຄວາມເຂົ້າໃຈເຊິ່ງກັນແລະກັນໃຫ້ຫຼາຍຂື້ນ. ສະນັ້ນຂ້າພະເຈົ້າຂໍຮຽກຮ້ອງໃຫ້ປະຊາຊົນໄທ ແລະ ອ້າຍເອື້ອຍນ້ອງລາວທຸກຄົນເຂົ້າຮ່ວມງານນີ້ໃຫ້ຫຼາຍໆ ເພາະເປັນການສະແດງອອກເຖິງຄວາມເປັນພີ່ນ້ອງກັນໃນທຸກດ້ານຂອງປະຊາຊົນທັງສອງປະເທດ,” ທ່ານ ຄົມປັນຍາກ່າວ.
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido




Comments