ຈະແກ້ແນວໃດ..!!! ສິນຄ້າລອກຮຽນແບບ ສົ່ງຜົນກະທົບຕໍ່ຜູ້ປະກອບການໃນລາວ
- Superphil Phil
- Mar 16, 2020
- 1 min read
ຍັງເປັນບັນຫາທີ່ເກີດຂື້ນທຸກໆມື້ໃນປະຈຸບັນ ແລະ ເປັນບັນຫາຄຸມເຄືອມາຍັງຫາທາງແກ້ໄຂກັນບໍ່ລົງຕົວເທືອກ່ຽວກັບສິນຄ້າລອກຮຽນແບບ ແລະ ໄດ້ສົ່ງຜົນກະທົບຕໍ່ຜູ້ປະກອບການຊາວຄ້າຂາຍຫລາຍໆຄົນ.
ເນື່ອງຈາກການຜະລິດສິ້ນລາວ ໄດ້ຜ່ານຫຼາຍຂັ້ນຕອນ ລະອຽດອ່ອນ ໃຊ້ເວລາໃນການຜະລິດດົນພໍສົມຄວນ ຈຶ່ງເຮັດໃຫ້ລາຄາຂ້ອນຂ້າງສູງ ສ່ວນສິ້ນລອກຮຽນແບບລາຄາຂ້ອນຂ້າງຕ່ຳເພາະວ່າຂັ້ນຕອນຜະລິດອາດ ຈະໄວກວ່າ ຄວາມລະອຽດອ່ອນ ແລະ ເນື້ອແພກໍຈະແຕກຕ່າງກັນ ແຕ່ຜູ້ທີ່ຊົມໃຊ້ມັກຈະເລືອກຊື້ສິ້ນລອກຮຽນແບບທີ່ມີລາຄາຖືກ ກວ່າ ໂດຍບໍ່ຄຳນຶງເຖິງຄຸນນະພາບ
ຫັດຖະກຳປັກດິ້ງ ແລະ ຊ້ານຳ້ກ້ຽງ ເປັນທຸລະກິດຂອງຄອບຄົວໄດ້ດຳເນີນມາເປັນເວລາຫຼາຍປີພໍສົມຄວນ ໃນເບື້ອງຕົ້ນເຮັດເພື່ອຮັບໃຊ້ໃນຄອບຄົວເທົ່ານັ້ນ ເຊິ່ງການປັກດິ້ງແມ່ນຢູ່ຄູ່ກັບປະຊາຊົນແຂວງຫຼວງພະບາງມາແຕ່ ດົນນານ ສືບທອດຈາກຫຼາຍເຊັ່ນຄົນ

ຈຶ່ງເຮັດໃຫ້ຫຼາຍຄົນມີຄວາມຮູ້ໃນດ້ານນີ້ ແລະ ຍ້ອນຄວາມຮັກມັກຂອງຂ້າພະເຈົ້າ ຈຶ່ງໄດ້ພະຍາຍາມຫັນມາເຮັດເປັນທຸລະກິດຄອບຄົວ ຫຼັງຈາກນັ້ນໄດ້ປະດິດຄິດແຕ່ງລວດລາຍທີ່ເປັນເອກະລັກສະເພາະ ປັດຈຸບັນໄດ້ເປັນທີ່ຍອມຮັບຂອງສັງຄົມທັງພາຍໃນ ແລະ ຕ່າງແຂວງ ສຳລັບລວດລາຍຕ່າງໆແມ່ນຜະລິດຕາມລູກຄ້າສັ່ງ ນອກນີ້ ຍັງມີສິ້ນຝ້າຍໄໝຊ້ານ້ຳກ້ຽງ ແລະ ອື່ນໆ ປີໜຶ່ງສາມາດສ້າງລາຍຮັບໄດ້ຫຼາຍລ້ານກີບ.
ຢູ່ສວນເຈົ້າອານຸວົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຄັ້ງນີ້ໄດ້ນຳເອົາເຄື່ອງຫັດຖະກຳ ແລະ ອາຫານທີ່ເປັນເອກະລັກຂອງແຂວງຫຼວງພະບາງມາວາງຂາຍຫຼາຍລາຍການ ໄດ້ສ້າງຄວາມສົນໃຈໃຫ້ຜູ້ເຂົ້າທ່ຽວຊົມຫຼາຍສົມຄວນ ແລະ ຈະສືບຕໍ່ເຂົ້າຮ່ວມງານດັ່ງກ່າວຕໍ່ໆໄປ ເພື່ອເປັນການໂຄສະນາສິນຄ້າແຂວງຫຼວງພະບາງ ໃຫ້ເປັນທີ່ຮູ້ຈັກຂອງຫຼາຍຄົນທັງຄົນລາວ ແລະ ຄົນຕ່າງປະເທດ
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments